ຄວນຜັນຂະຫຍາຍທ່າແຮງດ້ານເສດຖະກິດທະເລອະນຸພາກພື້ນທາງຕອນເໜືອພາກກາງ

(VOVWORLD) -  ທີ່ກອງປະຊຸມສຳມະນາ, ມີຫຼາຍຄຳເຫັນໄດ້ຖືວ່າ, ການວາງແຜນຜັງແຂວງ ແລະ ແຜນຜັງສັງລວມເຂດທະເລຂອງທ້ອງຖິ່ນແມ່ນສຳຄັນທີ່ສຸດເພື່ອສວມບົດບາດປະສານງານ...
ຄວນຜັນຂະຫຍາຍທ່າແຮງດ້ານເສດຖະກິດທະເລອະນຸພາກພື້ນທາງຕອນເໜືອພາກກາງ - ảnh 1ກອງປະຊຸມສຳມະນາຢູ່ແຂວງ ກ໋ວາງບິ່ງ

ວັນທີ 12 ສິງຫາ, ຢູ່ແຂວງ ກ໋ວາງບິ່ງ ໄດ້ຈັດກອງປະຊຸມສຳມະນາ “ຮ່ວມສຳພັນພັດທະນາອະນຸພາກພື້ນທາງຕອນເໜືອພາກກາງ ໃນສະພາບການໃໝ່”.

        ທີ່ກອງປະຊຸມສຳມະນາ, ມີຫຼາຍຄຳເຫັນໄດ້ຖືວ່າ, ການວາງແຜນຜັງແຂວງ ແລະ ແຜນຜັງສັງລວມເຂດທະເລຂອງທ້ອງຖິ່ນແມ່ນສຳຄັນທີ່ສຸດເພື່ອສວມບົດບາດປະສານງານ, ຈັດແບ່ງເຂດພັດທະນາເໝາະສົມ, ໜູນຊ່ວຍເຊິ່ງກັນ ແລະ ກັນ, ຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມ. ອະນຸພາກພື້ນທາງຕອນເໜືອພາກກາງຄວນເລືອກເຟັ້ນບັນດາຂົງເຂດເສດຖະກິດທະເລປາຍແຫຼມ ເພື່ອພັດທະນາກ່ອນ ແລະ ສ້າງອົງປະກອບພື້ນຖານໂຄງລ່າງຄົບຊຸດທີ່ເຊື່ອມຕໍ່ກັບລະບົບພື້ນຖານໂຄງລ່າງທົ່ວເຂດ. ທ່ານ ຫງວຽນຮົ່ງເຊີນ, ຮອງຫົວໜ້າຄະນະເສດຖະກິດສູນກາງ ຖືວ່າ:

        “ມະຕິຂອງກົມການເມືອງໄດ້ວາງອອກ 5 ເປົ້າໝາຍສຳລັບການພັດທະນາອະນຸພາກພື້ນທາງຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ເຊິ່ງລວມມີ: ພັດທະນາເສດຖະກິດທະເລຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປົກປັກຮັກສາອະທິປະໄຕທະເລໝູ່ເກາະ; ພັດທະນາທັນກັບບັນດາເຂດ ພາກອື່ນໃນທົ່ວປະເທດ; ເປັນທ້ອງຖິ່ນທີ່ສຳຄັນໃນການພົວພັນຮ່ວມມືສາກົນ; ຈຳກັດຜົນສະທ້ອນຈາກໄພພິບັດທຳມະຊາດ, ພະຍຸ, ໄພແຫ້ງແລ້ງຢ່າງສຸດຂີດ; ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ປົກປັກຮັກສາລະບົບນິເວດຢ່າງມີປະສິດທິຜົນ; ປັບປຸງຊີວິດທາງດ້ານວັດຖຸ, ວັດທະນະທຳ, ຈິດໃຈຂອງປະຊາຊົນໂດຍພື້ນຖານ”

ຕອບກັບ

ຂ່າວ/ບົດ​ອື່ນ