ຄວນມີຫລາຍມາດຕະການຄົບຊຸດ ເພື່ອຟື້ນຟູເສດຖະກິດໂດຍໄວ

(VOVWORLD) - ວັນທີ 13 ມິຖຸນາ, ເປັນມື້ທຳອິດທີ່ສະພາແຫ່ງຊາດຫວຽດນາມ ເລີ່ມດຳເນີນກອງປະຊຸມປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການທາງດ້ານເສດຖະກິດ - ສັງຄົມ, ງົບປະມານປີ 2019; ໃຫ້ສັດຕະຍາບັນການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2020, ແຜນການພັດທະນາເສດຖະກິດ - ສັງຄົມ, ສ້າງແຜນງົບປະມານແຫ່ງລັດ, ວິທີຈັດແບ່ງງົບປະມານສູນກາງປີ 2020.
ຄວນມີຫລາຍມາດຕະການຄົບຊຸດ ເພື່ອຟື້ນຟູເສດຖະກິດໂດຍໄວ - ảnh 1 ສະພາແຫ່ງຊາດຫວຽດນາມ ເລີ່ມດຳເນີນກອງປະຊຸມປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການທາງດ້ານເສດຖະກິດ - ສັງຄົມ, ງົບປະມານປີ 2019 (ພາບ: TTXVN)

        ກ່ອນໜ້ານັ້ນ, ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ເມື່ອລາຍງານກ່ຽວກັບສະພາບການເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຖືວ່າ: ເມື່ອທຽບໃສ່ກັບໄລຍະທ້າຍປີ 2019, ສະພາບການໃນປັດຈຸບັນມີການປ່ຽນແປງຢ່າງໃຫຍ່ຫລວງ, ປະສົບກັບຄວາມຫຍຸ້ງຍາກຫລາຍກ່ວາ. ລັດຖະບານສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາດັດປັບບາງຕົວເລກຄາດໝາຍຂອງແຜນການປີ 2020, ໃນນັ້ນ ມີຕົວເລກຄາດໝາຍການເຕີບໂຕ GDP ແລະ ບາງຕົວເລກຄາດໝາຍມະຫາພາກອື່ນໆ ຄືການເກັບລາຍຮັບງົບປະມານ, ໜີ້ສາທາລະນະ…ທ່ານ ຟ້າມດີງຕ໋ວານ, ສະມາຊິກສະພາແຫ່ງຊາດແຂວງ ຮຶງອຽນ ປະກອບຄຳເຫັນວ່າ:

        “ໃນສະພາບການແຫຼ່ງເກັບລາຍຮັບງົບປະມານຖືກຫລຸດລົງໃນປີນີ້, ຄວນປະຕິບັດວຽກງານຄາດຄະເນ, ວຽກງານຕິດຕາມກວດກາຕໍ່ງົບປະມານແຫ່ງລັດ, ຊັບສິນຂອງລັກໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ, ຕ້ານການເກີດລາຍຮັບບໍ່ບັນລຸຕາມຄາດໝາຍ. ມີມາດຕະການຍູ້ແຮງການປ່ອຍເງິນລົງທຶນພາກລັດ, ໃນນັ້ນ ຄວນຈັດແບ່ງເງິນທຶນລະຫວ່າງບັນດາຂະແໜງການ, ທ້ອງຖິ່ນໃຫ້ທັນການ. ຍົກສູງປະສິດທິຜົນຂອງລັດວິສາຫະກິດ.

        ທີ່ວາລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມໃນຕອນບ່າຍວັນທີ 13 ມິຖຸນາ, ສະມາຊິກລັດຖະບານບາງທ່ານໄດ້ອະພິປາຍຕໍ່ສະພາແຫ່ງຊາດກ່ຽວກັບບັນຫາກະສິກຳ, ການທ່ອງທ່ຽວ, ວັດທະນະທຳ - ສັງຄົມ…/.

ຕອບກັບ

ຂ່າວ/ບົດ​ອື່ນ