ຄວນສ້າງຍຸດທະສາດໃຫ້ຊາວຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ

(VOVWORLD) - ປີ 2018, ຫວຽດນາມ ໄດ້ນຳຊາວຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດໄດ້ເກືອບ 143.000 ຄົນ.
ຄວນສ້າງຍຸດທະສາດໃຫ້ຊາວຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ - ảnh 1(ພາບປະກອບ) 

ນີ້ແມ່ນປີທີ 5 ລຽນຕິດ ທີ່ຈຳນວນຊາວຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດລື່ນກາຍຕົວເລກ 100.000 ຄົນ/ປີ, ລື່ນກາຍ 30% ເມື່ອທຽບໃສ່ແຜນການຂອງປີ, ສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ. ທ່ານ ຢວານເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າຄາດວ່າ, ໃນຍອດຈຳນວນແຮງງານເພີ່ມຂຶ້ນໃນແຕ່ລະປີ ມີ 20 25% ໄປເຮັດວຽກຢູ່ຕ່າງປະເທດ. ສ່ວນທີ່ຍັງເຫຼືອແມ່ນປະກອບສ່ວນເຂົ້າໃນການຜະລິດດຳເນີນທຸລະກິດຢູ່ພາຍໃນປະເທດ. ອາດຈະຮອດໄລຍະຕ້ອງເບິ່ງຄືນຍຸດທະສາດການສົ່ງອອກແຮງງານຂອງ ຫວຽດນາມ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ