ຄວນຫຼີກເວັ້ນບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວເຮັດໃຫ້ສະພາບການສັບສົນຍິ່ງຂຶ້ນ

ຄວນຫຼີກເວັ້ນບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວເຮັດໃຫ້ສະພາບການສັບສົນຍິ່ງຂຶ້ນ - ảnh 1
​ຈີນ​ພວມ​ມີໜ້າ​ໃນ​ເຂດ​ຊ້ອນ​ກັນ​ລະຫວ່າງ ຫວຽດນາມ - ຈີນ
(ພາບ:Googlemap)

ທີ່​ການ​ປະຊຸມ​ຂ່າວ​​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 31/3 ຢູ່ ຮ່າ​ໂນ້ຍ, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ກ່ຽວຂ້ອ​ງ​ເຖິງ​ເລື່ອງ​ຮ້ານ​ເຈາະ​ນ້ຳມັນ HD 943 ຂອງ ​ຈີນ​ພວມ​ມີໜ້າ​ໃນ​ເຂດ​ຊ້ອນ​ກັນ​ລະຫວ່າງ ຫວຽດນາມ - ຈີນ, ທ່ານ​ນາງ ຟ້າ​ມທູ​ຮັ່ງ, ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນຂອງ​ຝ່າຍ ຫວຽດນາມ ວ່າ:

        “ຕາມ​​ແຈ້ງ​ຂ່າວ​ຂອງ​ຝ່າຍ​ຈີນ, ​ຮ້ານ​ເຈາະ​ນ້ຳມັນ HD 943 ຂອງ​ຈີນ​​ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລນອກ​ອ່າວ​ພາກ​ເໜືອ, ​ແມ່ນ​ເຂດ​ເຊິ່ງ ຫວຽດນາມ  ​ແລະ ຈີນ​ພວມ​ເຈລະຈາ​ເພື່ອ​ຂີດ​ຂັ້ນ. ດັ່ງ​ນັ້ນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ ຄວນ​ຫຼີກ​ເວັ້ນບັນດາ​ການ​ເຄື່ອນ​ໄຫວ​ພຽງ​ລຳພັງ​ຝ່າຍ​ດຽວ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຍິ່ງ​ຂຶ້ນ, ບໍ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ເຈ​ລະ​ຈາ​ຢູ່​ເຂດ​ທະ​ເລ​ນີ້. ຫວຽດນາມ​ຮັກສາ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດດ້ານ​ກົດໝາຍ​ຂອງ​ຕົນ​ທີ່​ມີ​ຕໍ່​ເຂດ​ນີ້ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ພຶດຕິ​ກຳ​ສາກົນ​ທີ່​ກ່ຽວຂ້ອງ“.

        ກ່ຽວຂ້ອ​ງ​ເຖິງ​ເລື່ອງຫວ່າງ​ແລ້ວ​ນີ້​ບັນດາພົນລະ​ເມືອງ ຫວຽດນາມ ຖືກ​ອົງການ​ກ່ຽວຂ້ອງ​ຂອງ​ບາງ​ປະ​ເທດ​ຄື: ຈີນ, ມຽນມາ, ອາ​ເມ​ລິ​ກາ ​ແລະ ອົດ​ສະ​ຕາ​ລີ… ຈັບ​ຕົວ, ທ່ານ​ນາງ ຟ້າ​ມທູ​ຮັ່ງ ​ໃຫ້​ຮູ້​ວ່າ, ບັນດາ​ອົງການ​ການ​ທູດ​ຂອງ​ ຫວຽດນາມ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ ​ໄດ້​ປະຕິບັດ​ບັນດາ​ບາດກ້າວ​ທີ່​ຈຳ​ເປັນ ​ເພື່ອ​ປົກ​ປ້ອງ​ພົນລະ​ເມື​ອງ, ຮັບປະກັນ​ໃຫ້​ພົນລະ​ເມືອງ ຫວຽດນາມ ​ໄດ້​ຮັບ​ການ​ປະພຶດ​ຢ່າງ​ຍຸຕິ​ທຳ, ດ້ວຍ​ສິດ​ທີ່​ເໝາະ​ສົມ​ກັບ​ກົດໝາຍ​ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ