ຄວນ​ຮັບ​ຮູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດຸ່ນ​ດ່ຽງ​ການ​ຄ້າ​ຂອງ ຫວຽດ​ນາມໃຫ້​ຖືກລະ​ດັບ

(VOVWORLD) -ອຳນາດການປົກຄອງຂອງ ປະທານາທິບໍດີ Donald Trump ຄວນຖືທ່າອ່ຽງນີ້ ເປັນຫຼັກຖານ ກ່ຽວກັບຄວາມສຳເລັດຂອງເຂົາເຈົ້າໃນການປະຕິບັດນະໂຍບາຍຫັນລະບົບສະໜອງຂອງເຂົາເຈົ້າຢູ່ພາກພື້ນອາຊີປາຊີຟິກເປັນຫຼາຍຮູບແບບ.
ຄວນ​ຮັບ​ຮູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດຸ່ນ​ດ່ຽງ​ການ​ຄ້າ​ຂອງ ຫວຽດ​ນາມໃຫ້​ຖືກລະ​ດັບ - ảnh 1ທ່ານ Adam Sitkoff, ຜູ້ອຳນວຍການຝ່າຍບໍລິຫານຫ້ອງການການຄ້າ ອາເມລິກາ (AmCham) ປະຈຳຮ່າໂນ້ຍ (ພາບ: chinhphu.vn)

“ບັນດາມາດຕະການໂຕ້ຕອບທີ່ແຕກຕ່າງກັນ, ໃນນັ້ນມີການດັດປັບພາສີອາກອນ, ອາດຈະມີຜົນກະທົບໃຫຍ່ຕໍ່ບໍລິສັດອາເມລິກາທີ່ມີດຳເນີນທຸລະກິດຢູ່ ຫວຽດນາມ. ແທນທີ່ການຊອກຫາມາດຕະການລົງໂທດ, ລັດຖະບານອາເມລິກາຄວນສົມທົບກັນຊອກຫາມາດຕະການເປີດປະຕູຕະຫຼາດໃຫ້ສິນຄ້າ ຫຼາຍປະເພດ ແລະ ການບໍລິການຂອງຕົນເຂົ້າມາຍັງຕະຫຼາດນີ້. ໃນຂະນະນັ້ນ, ຫວຽດນາມ ອາດຈະດັດປັບການຄ້າສ່ວນເກີ່ນທີ່ນັບມື້ນັບເພີ່ມຂຶ້ນກັບອາເມລິກາຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ”. ນີ້ແມ່ນຄຳເຫັນຂອງທ່ານ Adam Sitkoff, ຜູ້ອຳນວຍການຝ່າຍບໍລິຫານຫ້ອງການການຄ້າ ອາເມລິກາ (AmCham) ປະຈຳຮ່າໂນ້ຍ ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບເລື່ອງ ຫວຽດນາມ (ພ້ອມກັບປະເທດສະວິດ) ຖືກກະຊວງການເງິນອາເມລິກາ “ຈັດເຂົ້າໃນບັນຊີລາຍຊື່” ບັນດາປະເທດຄອບງຳເງິນຕາ. ຕາມທ່ານ Adam Sitkoff ແລ້ວ, ການເຕີບໂຕໃນການສົ່ງອອກຂອງ ຫວຽດນາມ ໄປຍັງອາເມລິກາຫວ່າງມໍ່ໆມານີ້ ເບີ່ງຄືວ່າ ໄດ້ຮັບການຊຸກຍູ້ສ່ວຍຫຼາຍແມ່ນ ການຍົກຍ້າຍ ແລະ ຊອກຫາແຫຼ່ງສະໜອງຈາກປະເທດອື່ນມາຍັງຫວຽດນາມ. ອຳນາດການປົກຄອງຂອງ ປະທານາທິບໍດີ Donald Trump ຄວນຖືທ່າອ່ຽງນີ້ ເປັນຫຼັກຖານ ກ່ຽວກັບຄວາມສຳເລັດຂອງເຂົາເຈົ້າໃນການປະຕິບັດນະໂຍບາຍຫັນລະບົບສະໜອງຂອງເຂົາເຈົ້າຢູ່ພາກພື້ນອາຊີປາຊີຟິກເປັນຫຼາຍຮູບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ