ຄວາມຂາດສະຖຽນລະພາບໂລກຕາເວັນອອກກາງ

(VOVWORLD) -ວັນທີ 05 ມິຖຸນາ, ອາຣັບບີ ຊາອຸດີ, ອີຢິບ, ສະຫະລັດອາຣັບ ເອມມີເລດ ແລະ ບາເຣັນ ຖະແຫຼງວ່າ ຈະຕັດການພົວພັນທາງການທູດກັບ Qatar ດ້ວຍບັນດາຄຳກ່າວຫາຄື Qatar ແຊກແຊງເຂົ້າວຽກງານພາຍໃນຂອງ ບາເຣັນ, ກໍ່ຄວາມຂາດສະຖຽນລະພາບໃນຂົງເຂດຖະແຫຼງຂ່າວສື່ສານ ແລະ ຊ່ວຍເຫຼືອດ້ານການເງິນໃຫ້ບັນດາອົງການກໍ່ການຮ້າຍ ນາບຂູ່ເຖິງຄວາມໝັ້ນຄົງຢູ່ພາກພື້ນ.
ຄວາມຂາດສະຖຽນລະພາບໂລກຕາເວັນອອກກາງ - ảnh 1 (ພາບປະກອບ: BBC)

ອຳນາດການປົກຄອງບັນດາປະເທດດັ່ງກ່າວໄດ້ປິດປະຕູຊາຍແດນທາງບົກ, ທາງທະເລ ແລະ ການບິນກັບ Qatar ໂດຍທັນທີ ແລະ ອອກຄຳສັ່ງໃຫ້ບັນດາເຈົ້າໜ້າທີ່ ແລະ ປະຊາຊົນອອກຈາກເຂດດິນແດນພາຍໃນເວລາ 48 ຊົ່ວໂມງ. ການກະທຳດັ່ງກ່າວໄດ້ສ້າງຄວາມຕື່ນຕົກໃຈໃຫ້ປະຊາຄົມສາກົນ, ກໍ່ຄວາມສັບສົນຮ້າຍແຮງຢູ່ຕາເວັນອອກກາງ, ພິເສດແມ່ນໃນສະພາບທ່ານປະນາທິບໍດີອາເມລິກາ Donald Trump ຫາກໍ່ສິ້ນສຸດການໄປປະຕິບັດງານເຖິງພາກພື້ນດັ່ງກ່າວ ເພື່ອຮັດແໜ້ນການພົວພັນສຳພັນທະມິດກັບບາງປະເທດໃນພາກພື້ນ.

        ຕໍ່ກັບການກະທຳຂອງບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ, Qatar ໄດ້ມີປະຕິກິລິຍາຢ່າງຮຸນແຮງ, ຖືວ່າ, ບັນດາການກະທຳດັ່ງກ່າວແມ່ນລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ທຳລາຍຄຸນຄ່າຄຸນສົມບັດ ແລະ ຈິດໃຈຖານບ້ານໃກ້ເຮືອນຄຽງທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ