ຄວາມຄາດຫວັງກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງທີ່ອຸດົ​ມຮັ່ງມີ, ວັດທະນາຖາວອນ

(VOVWORLD) - ຕອນເຊົ້າວັນທີ 13 ມີນາ, ທີ່ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄັ້ງທີ 3 ກ່ຽວກັບການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຄວາມຄາດຫວັງກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງທີ່ອຸດົ​ມຮັ່ງມີ, ວັດທະນາຖາວອນ - ảnh 1
ກອງປະຊຸມຄັ້ງທີ 3 ກ່ຽວກັບການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ 

        ບົດລາຍງານຕີລາຄາໄລຍະ 3 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິ 120 ກ່ຽວກັບການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າ ມະຕິດັ່ງກ່າວແມ່ນບາດກ້າວບຸກທະລຸໃຫຍ່, ມີຄວາມໝາຍເປັນຮູບປະທຳຍຸດທະສາດການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງຕາມທິດສັງລວມ ດ້ວຍວິໄສທັດໄລຍະຍາວ ແລະ ຄວາມຄາດຫວັງກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງທີ່ອຸດົມຮັ່ງມີ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ,ຖືການນຳໃຊ້ຊັບພະຍາກອນນ້ຳ, ທີ່ດິນແບບປະຢັດ ແລະ ຍືນຍົງຢ່າງມີປະສິດທິຜົນ ແມ່ນທິດສະດີການພັດທະນາ. ທ່ານ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ:

        “ພາຍຫລັງຜັນຂະຫຍາຍມະຕິມາເປັນເວລາກ່ວາ 3 ປີ, ອາດຢັ້ງຢືນໄດ້ວ່າ ເຂດທົ່ງພຽງແມ່ນ້ຳຂອງໄດ້ມີການຫັນປ່ຽນຢ່າງແຮງ ດ້ວຍຄວາມກ້າວໜ້າທັງໃນຈິນຕະນາການ ແລະ ການກະທຳ, ເປັນເຈົ້າໃນການຮັບມືຕໍ່ບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຖືນ້ຳແກ່ງ, ນ້ຳເຄັມ ແມ່ນຊັບພະຍາກອນເພື່ອພັດທະນາເສດຖະກິດ. ກ່ຽວກັບວິທີຫາເງິນລ້ຽງຊີບ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງເທື່ອລະກ້າວ, ສະພາບການພັດທະນາເຂດທົ່ງພຽງແມ່ນ້ຳຂອງນັບມື້ນັບດີຂຶ້ນ. ປະສິດທິຜົນຈາກການຈັດແບ່ງເຂດ, ຫັນປ່ຽນການຜະລິດຕາມທິດ “ການປ່ຽນແປງຂອງດິນຟ້າອາກາດ” ໄດ້ພິສູດໃຫ້ເຫັນການເຕີບໂຕ GDP ຢູ່ເຂດຊົນນະບົດຍາມໃດກໍ່ຢູ່ໃນລະດັບສູງ.

     ທີ່ກອງປະຊຸມ, ທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ ຖືວ່າ: ເລື່ອງນຳການວາງແຜນຜັງເຂດເຂົ້າໃນພຶດຕິກຳຕົວຈິງ ເພື່ອຜັນຂະຫຍາຍ ຍັງແມ່ນສິ່ງທ້າທາຍຫຍຸ້ງຍາກ, ຮຽກຮ້ອງຄວາມມານະພະຍາຍາມຂອງລັດຖະບານ, ບັນດາທ້ອງຖິ່ນ ດ້ວຍແຜນການປະຕິບັດຢ່າງມີປະສິດທິຜົນ.
ສະຫລຸບກອງປະຊຸມ,ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝູກ ຢືນຢັນ: ເຂດທົ່ງພຽງແມ່ນ້ຳຂອງມີທີ່ຕັ້ງຍຸດທະສາດ ສະນັ້ນບັນດາກະຊວງ, ຂະແຫນງການ ແລະທ້ອງຖິ່ນຕ່າງໆ ຄວນກຳນົດຫນ້າທີ່ຕ້ອງເຮັດໃນໄລຍະຈະມາເຖິງ.  ທ່ານສະເຫນີ ຕ້ອງຈັດຕັ້ງກອງປະຊຸມໂອ້ລົມສົນທະນາ ການພັດທະນາຮອດປີ 2045 ຢູ່ ເຂດທົ່ງພຽງແມ່ນ້ຳຂອງ ເພື່ອຊອກຫາມາດຕະການ ສ້າງການພັດທະນາກະໂດດຂັ້ນໃຫ້ແກ່ປະເທດຊາດໃນໄລຍະ 25 ປີຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ