ຄວາມງາມຂອງແມ່ຍິງຫວຽດນາມຜ່ານລາຍການ“ຊຸດເສື້ອຍາວຂອງພວກເຮົາ”

ຄວາມງາມຂອງແມ່ຍິງຫວຽດນາມຜ່ານລາຍການ“ຊຸດເສື້ອຍາວຂອງພວກເຮົາ” - ảnh 1
ການ​ສະແດງ​ໃນ​ລາຍ​ການ
(ພາບ: dantri.com.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 18/10, ຢູ່ ວັນ​ມ໋ຽວ - ກວກ​ຕື໋​ຢ໋າມ, ທີ່​ຮ່າ​ໂນ້ຍ, ໄດ້​ຈັດ​ຕັ້ງ​ລາຍ​ການ “ຊຸດ​ເສື້ອ​ຍາວ​ຂອງ​ພວກ​ເຮົາ” ເພື່ອ​ແນ​ໃສ່​ເຊີ​ດ​ຊູ​ຄວາມ​ງາມ​ຂອງ​ຊຸດ​ເສື້ອ​ຍາວ ແລະ ແມ່​ຍິງ ຫວຽດ​ນາມ. ລາຍ​ການ​ນອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 84 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ແລະ ວັນ​ແມ່​ຍິງ ຫວຽດ​ນາມ (20/10). ລາຍ​ການ​ໄດ້​ແນະ​ນຳ 300 ຊຸດ​ເສື້ອ​ຍາວຂອງ​ບັນ​ດາ​ນັກ​ອອກ​ແບບທີ່​ມີ​ຊື່​ສຽງ​ຂອງ​ຮ່າ​ໂນ້ຍ, ເຫ້ວ, ນະ​ຄອນ ໂຮ່​ຈີ​ມິນ. ນັກ​ອອກ​ແບບ ມິງ​ແຫ້ງ, ໃຫ້​ຮູ້​ວ່າ:

        “ມີ​​ວັດ​ຖຸ​ຫຼາຍ​​ຢ່າງ​ຖືກ​ນຳ​ໃຊ້​ໃນ​ຊຸດ​ເສື້ອ​ຍາວຄັ້ງ​ນີ້. ທຸກໆ​ຄົນ​ລ້ວຍ​ແຕ່​​ຄິດ​ວ່າ: ຊຸດ​ເສື້ອ​ຍາວ​ຕ້ອງ​ບາງ, ເບົາ, ແຕ່​ວ່າ​ໃນ​ຄັ້ງ​ນີ້​, ຊຸດ​ເສື້ອ​ຍາວ​ໄດ້​ຮັບ​ການ​ອອກ​ແບບ​ດ້ວຍ​ຜ້າ​ຂີ້​ງາ, ຜ້າ​ໜາ ຖືກ​ພິມ​ລວດ​ລາຍ ແລະ ຕັດ​ດ້ວຍ​ໄລ​ເຢີ… ຂ້າ​ພະ​ເຈົ້າ​ຄິດ​ວ່າ, ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່​ເຫດ​ການ​ດຶງ​ດູດຫຼາຍ​ກຳ​ລັງ​ເຂົ້າ​ຮ່ວມ​ເພື່ອ​ສ້າງ​ເປັນ​ເຫດ​ການ​ສະ​ເພາະ​ໃຫ້​ແກ່​ແມ່​ຍິງ.”



ຂ່າວ/ບົດ​ອື່ນ