ຄວາມງາມທີ່ເປັນ ເອກະລັກສະເພາະ ຂອງຫວຽດນາມ ຖືກແຜ່ພາບໃນລາຍການໂທລະພາບ ຝຣັ່ງ

ຄວາມງາມທີ່ເປັນ ເອກະລັກສະເພາະ ຂອງຫວຽດນາມ ຖືກແຜ່ພາບໃນລາຍການໂທລະພາບ ຝຣັ່ງ - ảnh 1
ຕະຫຼາດ ກ່າຍຣັງ
(ພາບປະກອບ)

(vovworld) – ​ຕອນ​ຄໍ່າ​ວັນ​ທີ 23/5, ຊ່ອງ​ໂທລະພາບ ຝຣັ່ງ “France 3” ​ໄດ້ຖ່າຍ​ທອດ​ບົດ​ສາລະ​ຄະດີ​ຍາວ​ທີ່​ມີ​ຫົວ​ຂໍ້​ວ່າ: “ຫວຽດນາມ - ​​ມັງກອນ​ຕື່ນ​ນອນ” ​ແນະນຳ​ຄວາມ​ງາມ​ທຳ​ມະ​ຊາດ ກໍ່​ຄື​ບັນດາ​ຮີ​ດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫຼາຍ​​ເຂດ​ແຄ້ວ​ນທີ່​ແຕກ​ຕ່າງ​ກັນ​ຂອງ ຫວຽດນາມ.

    ​ໃນ​ລາຍການ​ນີ້, ນັກ​ຂ່າວ​ຍິງ Tania Young, ​ໄດ້​ແນະນຳ​​ໃຫ້​ຜູ້​ຊົມ​ກ່ຽວ​ກັບ​ຮູບ​ພາບ​ຂອງ​ປະ​ເທດ​ຊາດຈາກ​ຮ່າ​ໂນ້ຍ, ​ເຫ​ວ້ ລົງຮອດ​ນະຄອນ ​ໂຮ່ຈີ​ມິນ. ພາບ​ພົດ​ຊີວິດ​ການ​​ເປັນ​ຢູ່​ຂອງ​​ຊາວ​ເຜົ່າ ຢາ​ວ ​ແລະ ປາ​ແຖນ ຢູ່​ເຂດ​ພູ​ສູງ​ຂອງ​ແຂວງ ຮ່າ​ຢາງ ​ແລະ ຊີວິດ​ການ​ເປັນ​ຢູ່​ທີ່​ລຳ​ບາກ ​ແຕ່​ອົບ​ອຸ່ນ​ດ້ວຍ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ໃນ​ຕະຫຼາດບົນ​ແມ່​ນ້ຳກ໋າຍ​ແບ່, ​ແຂ​ວງ ຕ່ຽນຢາງ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​​ໃຕ້ ຫວຽດນາມ ອັນ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ປະ​ທັບ​ໃຈ. ບັນດາ​ພາບ​ພົດ​ກ່ຽວ​ກັບ​ຊີວິດ​ທີ່​ລຽບ​ງ່າຍ ​ແຕ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ລັກສະນະ​ມະນຸດສະທຳ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້ ​ເຮັດ​ໃຫ້​ຜູ້​ຊົມ​ເຄົາລົບນັບຖື ​​ແລະ ຮັກ​ແພງ ຫວຽດນາມ, ປະ​ເທດ​ສະຫງົບສຸກ ພວມ​ບື່ນຕົວ​ຂຶ້ນ​ຢ່າງ​​ແຂງແຮງ​.

ຂ່າວ/ບົດ​ອື່ນ