ຄວາມ​ງາມ​ແບບ​ປະ​ດິດ​ຄິດ​ສ້າງ​ຂອງ “ລາຍ​ມັງ​ກອນ​ໃນ​ແຜ່ນ​​ສີ​ລາຈາ​ລຶກ​ປະ​ລິນ​ຍາ​ເອກ”

(VOVWORLD) -      ເພື່ອແນໃສ້ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954  10 ຕຸລາ 2024), ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕື໋ຢາມ  ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງຕາມຫົວເລື່ອງ “ລາຍມັງກອນໃນແຜ່ນສີລາຈາລຶກປະລິນຍາເອກ”.
ຄວາມ​ງາມ​ແບບ​ປະ​ດິດ​ຄິດ​ສ້າງ​ຂອງ “ລາຍ​ມັງ​ກອນ​ໃນ​ແຜ່ນ​​ສີ​ລາຈາ​ລຶກ​ປະ​ລິນ​ຍາ​ເອກ” - ảnh 1ລາຍມັງກອນໃນແຜ່ນສີລາຈາລຶກ (ພາບ: VOV2)

 

  ງານວາງສະແດງໄດ້ນຳມາເຊິ່ງຄວາມຮູ້ສຶກແປກໃໝ່ກ່ຽວກັບບັນດາລວດລາຍມັງກອນໃນແຜ່ນສີລາຈາລຶກປະລິນຍາເອກ ທັງລອງ 82 ແຜ່ນ ທີ່ພວມໄດ້ຮັບການອະນຸລັກຮັກສາຢູ່ ວັນໝຽວ - ກວັກຕື໋ຢາມ. ຄວາມມີຊີວິດຊີວາ ແລະ ມີຫົວຄິດປະດິດສ້າງຂອງລາຍມັງກອນໃນງານວາງສະແດງຕາມຫົວເລື່ອງຄັ້ງນີ້ ໄດ້ຊ່ວຍໃຫ້ຜູ້ຊົມຈິນຕະນາການໄດ້ແຈ້ງກວ່າກ່ຽວກັບຄວາມກົມກຽວ ແລະ ລະອຽດລະອໍ ກໍຄື ຄວາມສຸດຈິດສຸດໃຈຂອງນາຍຊ່າງເຈຍລະໄນຫີນ ເພື່ອສ້າງຜົນງານນີ້ຂຶ້ນມາ. ນີ້ບໍ່ພຽງແຕ່ແມ່ນສາງຂໍ້ມູນອັນລ້ຳຄ່າກ່ຽວກັບປະຫວັດສາດ, ວັດທະນະທຳ, ສັງຄົມ ແລະ ການສຶກສາຂອງ ຫວຽດນາມ ໃນສະໄໝສັກດີນາເທົ່ານັ້ນ ຫາກຍັງແມ່ນບັນດາຜົນງານສິລະປະທີ່ເປັນເອກະລັກ ແລະ ມີຄວາມໝາຍຫຼາຍຢ່າງອີກດ້ວຍ. ທ່ານ ເລຊວັນກຽວ, ຜູ້ອຳນວຍການສູນວັດທະນະທຳ ວິທະຍາສາດ ວັນໝຽວ - ກວັກຕືຢາມ, ໃຫ້ຮູ້ວ່າ:

“ງານວາງສະແດງນີ້ ມີຈຸດແຕກຕ່າງກັນນັ້ນແມ່ນ ຂຸດຄົ້ນບັນດາຄຸນຄ່າກ່ຽວກັບດ້ານຈິດຕະກຳ, ໝາຍຄວາມວ່າບັນດາລວດລາຍ. ນີ້ແມ່ນລວດລາຍມັງກອນ ໃນແຜ່ນສີລາຈາລຶກປະລິນຍາເອກ. ຕາມປົກກະຕິ, ມະຫາຊົນໄປຢ້ຽມຊົມເຂດແຜ່ນຈາລຶກປະລິນຍາເອກ ແມ່ນຍາກທີ່ຈະສາມາດໄດ້ສຳຜັດ, ໄດ້ຮັບຊົມຄວາມງາມຂອງບັນດາລວດລາຍມັງກອນນີ້ ແຕ່ຜ່ານງານວາງສະແດງນີ້, ເຮົາສາມາດເຫັນໄດ້ເຖິງຄວາມງາມອັນຈັບໃຈ ແລະ ດູດດື່ມເຊິ່ງນາຍຊ່າງຫີນໄດ້ສ້າງຂຶ້ນກ່ອນນີ້ນັບຮ້ອຍປີ”.

ງານວາງສະແດງດັ່ງກ່າວ ໄດ້ດຳເນີນຮອດວັນທີ 26 ສິງຫາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ