ຄວາມ​ຍຸ​ຕິ​ທຳ​ໃນ​ສັງ​ຄົມ ເພື່ອ​ຢຸດ​ຕິການ​ໃຊ້​ແຮງ​ງານເດັກ

(VOVWORLD) - ດ້ວຍລະດັບຄວາມໄວຄືໃນປັດຈຸບັນ, ຄວາມສ່ຽງຮອດປີ 2025 ໃນທົ່ວໂລກຈະມີແຮງງານເດັກເຖິງ 121 ລ້ານຄົນ. 
ຄວາມ​ຍຸ​ຕິ​ທຳ​ໃນ​ສັງ​ຄົມ ເພື່ອ​ຢຸດ​ຕິການ​ໃຊ້​ແຮງ​ງານເດັກ - ảnh 1ເດັກນ້ອຍຢູ່ Lilongwe, Malawi (ພາບເອກະສານ:  AFP/TTXVN)

“ຄວາມຍຸຕິທຳໃນສັງຄົມເພື່ອທຸກໆຄົນ. ຢຸດຕິການໃຊ້ແຮງງານເດັກ!” ນີ້ແມ່ນຫົວຂໍ້ຂອງວັນໜ່ວຍໂລກປ້ອງກັນ, ຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ ປີນີ້. ເນື່ອງໃນໂອກາດນີ້, ອົງການແຮງງານສາກົນ (ILO) ໄດ້ຈັດກອງປະຊຸມສຳມະນາຂັ້ນສູງ ຢູ່ນອກກອງປະຊຸມແຮງງານສາກົນຄັ້ງທີ 111, ຢູ່ສຳນັກງານ ສປຊ ປະຈຳ ເຊີແນວ, ປະເທດ ສະວິດ ໃນວັນທີ 11 ມິຖຸນາ. ກອງປະຊຸມດັ່ງກ່າວໄດ້ສຸມໃສ່ປຶກສາຫາລືກ່ຽວກັບສາຍສຳພັນລະຫວ່າງຄວາມຍຸຕິທຳໃນສັງຄົມ ແລະ ລົບລ້າງການໃຊ້ແຮງງານເດັກ, ກໍຄືມາດຕະການຕ່າງໆເພື່ອຊຸກຍູ້ຄວາມຍຸຕິທຳໃນສັງຄົມ.

        ເວັບໄຊ Theworldcounts.com ຄາດຄະເນວ່າ ດ້ວຍລະດັບຄວາມໄວຄືໃນປັດຈຸບັນ, ຄວາມສ່ຽງຮອດປີ 2025 ໃນທົ່ວໂລກຈະມີແຮງງານເດັກເຖິງ 121 ລ້ານຄົນ. ໃນນັ້ນ, ໂລກ ຍັງມີເວລາ 2 ປີ ເພື່ອບັນລຸໄດ້ເປົ້າໝາຍເລກທີ 8 ໃນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ, ນັ້ນແມ່ນລົບລ້າງຮູບແບບແຮງງານເດັກໃນປີ 2025. ດັ່ງນັ້ນ, ທ່ານ Gilbert Houngbo ຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ ILO ໄດ້ຮຽກຮ້ອງໃຫ້ບັນດາປະເທດ, ລັດຖະບານ ແລະ ບັນດາອົງການຈັດຕັ້ງສາກົນຕ້ອງຮ່ວມແຮງຮ່ວມໃຈຍູ້ແຮງບັ້ນຕໍ່ສູ້ຕ້ານແຮງງານເດັກ, ດ້ວຍວິທີໜູນຊ່ວຍກັນສ້າງຄວາມຍຸຕິທຳໃນສັງຄົມຫຼາຍກວ່າອີກ. ຖ້າເຮັດໄດ້ສິ່ງດັ່ງກ່າວ, ການຢຸດຕິການໃຊ້ແຮງງານເດັກ ແມ່ນສິ່ງທີ່ອາດສາມາດບັນລຸໄດ້ຢ່າງແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ