ຄວາມຕ້ອງການຊຸກຍູ້ພະລັງງານທົດແທນຢູ່ບັນດາປະເທດພວມພັດທະນາ

(VOVWORLD) - ໃນບົດລາຍງານ,  ອົງການ IRENA ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງຊຸກຍູ້ພະລັງງານທົດແທນຍ້ອນຄວາມຕ້ອງການໄຟຟ້າຢູ່ບັນດາປະເທດພວມພັດທະນານັບມື້ນັບເພີ່ມຂຶ້ນ ແລະ ພະລັງງານທົດແທນນັບມື້ນັບສວມບົດບາດສຳຄັນໃນການແກ້ໄຂສະພາບຂາດພະລັງງານຢູ່ບັນດາປະເທດນີ້.
ຄວາມຕ້ອງການຊຸກຍູ້ພະລັງງານທົດແທນຢູ່ບັນດາປະເທດພວມພັດທະນາ - ảnh 1ພາບປະກອບ

ພະລັງງານທົດແທນຄວນໄດ້ຍູ້ແຮງຢູ່ບັນດາປະເທດພວມພັດທະນາ ເພື່ອຮັບປະກັນວິວັດການຫັນປ່ຽນພະລັງງານທີ່ຈຳເປັນເພື່ອແນໃສ່ສະກັດກັ້ນສະພາບໜ່ວຍໂລກອຸ່ນຂຶ້ນ. ນີ້ແມ່ນຂໍ້ສະເໜີຂອງອົງການພະລັງງານທົດແທນສາກົນ (IRENA) ຍົກອອກມາໃນບົດລາຍງານທີ່ປະກາດໃນວັນທີ 30 ຕຸລາ. ໃນບົດລາຍງານ,  ອົງການ IRENA ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງຊຸກຍູ້ພະລັງງານທົດແທນຍ້ອນຄວາມຕ້ອງການໄຟຟ້າຢູ່ບັນດາປະເທດພວມພັດທະນານັບມື້ນັບເພີ່ມຂຶ້ນ ແລະ ພະລັງງານທົດແທນນັບມື້ນັບສວມບົດບາດສຳຄັນໃນການແກ້ໄຂສະພາບຂາດພະລັງງານຢູ່ບັນດາປະເທດນີ້. IRENA ສະເໜີວ່າ ແຕ່ນີ້ຮອດປີ 2030 ຄວນເພີ່ມປະລິມານພະລັງງານທົດແທນໃນທົ່ວໂລກໃຫ້ຂຶ້ນທົບ 3 ເທົ່າ, ເໝາະສົມກັບບັນດາເປົ້າໝາຍ, ຄວາມມັກໃຫຍ່ໄຝ່ສູງເຊິ່ງທ່ານ Sultan Ahmed al – Jaber, ປະທານກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ໄດ້ວາງອອກໃຫ້ກອງປະຊຸມ. ຕາມ IRENA ແລ້ວ, ຮອດປີ 2030, ໂລກຕ້ອງລະດົມທຸກແຫຼ່ງກຳລັງເພື່ອບັນລຸໄດ້ລະດັບການລົງທຶນເຂົ້າພະລັງງານທົດແທນແມ່ນ 1.300 ຕື້ໂດລາສະຫະລັດ/ປີ ເມື່ອທຽບໃສ່ລະດັບ 486 ຕື້ໂດລາສະຫະລັດໃນປີ 2022. ເພື່ອບັນລຸໄດ້ເປົ້າໝາຍນີ້, ສິ່ງສຳຄັນທີ່ສຸດແມ່ນຕ້ອງຫລຸດຜ່ອນໄດ້ຄວາມສ່ຽງໃນການລົງທຶນ ແລະ ສະໜອງຄວາມສາມາດເຂົ້າເຖິງແຫຼ່ງການເງິນທີ່ເໝາະສົມຢູ່ບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ