ຄວາມນຶກຄິດຂອງທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟູຈ້ອງນັ້ນແມ່ນຄວາມນຶກຄິດຂອງທົ່ວພັກ, ທົ່ວປວງຊົນຢ່າງແທ້ຈິງ

(VOVWORLD) -ວຽກງານບັນລຸຜົນສຳເລັດໄດ້ຫຼືບໍ່ ແມ່ນຂຶ້ນກັບພະນັກງານດີ ຫຼື ອ່ອນ.

ຄວາມນຶກຄິດຂອງທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟູຈ້ອງນັ້ນແມ່ນຄວາມນຶກຄິດຂອງທົ່ວພັກ, ທົ່ວປວງຊົນຢ່າງແທ້ຈິງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ

(ພາບ: TTXVN)

ຄວາມນຶກຄິດຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ນັ້ນແມ່ນຄວາມນຶກຄິດຂອງທົ່ວພັກ, ທົ່ວປວງຊົນຢ່າງແທ້ຈິງ. ນັ້ນແມ່ນຄວາມໃນໃຈຂອງພະນັກງານ, ສະມາຊິກພັກ ພາຍຫຼັງຮັບຟັງ VOV ແນະນຳບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ຫົວໜ້າອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ພາຍໃຕ້ຫົວຂໍ້ວ່າ: “ບາງບັນຫາຄວນໄດ້ຮັບຄວາມເອົາໃຈໃສ່ໃນວຽກງານກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ”.

        ໂດຍສະແດງຄວາມເຫັນດີເຫັນພ້ອມຢ່າງສູງກັບບັນດາຄຳເຫັນຢ່າງສຸດຈິດສຸດໃຈດັ່ງກ່າວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຟູຈ້ອງ. ທ່ານ ດິງມິງທື, ສະມາຊິກພັກນະຄອນດົ່ງເຮີ໊ຍ, ແຂວງກວາງບິ່ງ, ໃຫ້ຮູ້ວ່າ.

        “ວຽກງານບັນລຸຜົນສຳເລັດໄດ້ຫຼືບໍ່ ແມ່ນຂຶ້ນກັບພະນັກງານດີ ຫຼື ອ່ອນ. ເຮັດວຽກງານບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ແມ່ນມີຄວາມສຳຄັນທີ່ສຸດ, ພວກເຮົາຄັດເລືອກເອົາພະນັກງານເພື່ອແນະນຳໃຫ້ກອງປະຊຸມໃຫຍ່ປະຊາທິປະໄຕເລືອກຕັ້ງບັນດາຜູ້ທີ່ເໝາະສົມເປັນສະມາຊິກຄະນະບໍລິຫານງານສູນກາງພັກ. ວຽກງານບຸກຄະລາກອນຄັ້ງນີ້ຕ້ອງເຮັດຢ່າງພາວະວິໄສ, ໂປ່ງໄສ, ເລືອກເອົາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງພຽງພໍເຂົ້າໃນຖັນແຖວສະມາຊິກພັກ, ພະນັກງານຂອງພັກ”.

ຕອບກັບ

ຂ່າວ/ບົດ​ອື່ນ