ຄວາມບໍ່ລົງລອຍກັນໃນການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1

ຄວາມບໍ່ລົງລອຍກັນໃນການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1 - ảnh 1
ບັນດານັກຊ່ຽວຊານດ້ານນິວເຄຼຍຂອງ ອີຣານ
(ພາບປະກອບ)

(vovworld) - ​ໃນ​ຂະນະ​ທີ່​ການ​ເຈ​ລະ​ຈາລະ​ຫວ່າງ ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ແມ່ນ: ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງກິດ ​ແລະ ຝຣັ່ງ ພ້ອມ​ກັບ ​ເຢຍລະ​ມັນ) ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ອີຣານ ກ່າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທີ່ 2 (19/6), ທ່ານລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Ryabkov ​ໃຫ້​ຮູ້​ວ່າ: ຫຼັກ​ໝັ້ນ​ຂອງ​ຝ່າຍ​ຕ່າງໆ​ຍັງ​​ແຕກ​ຕ່າງ​ກັນ​ຫຼາຍ ​ແລະ ບໍ່​ອາດເປັນ​ເອກະ​ພາບ​ກັນ​ໄດ້. ຕາມ​ທ່ານ Ryabkov ​ແລ້ວ, ຄະນະ​ເຈລະຈາ ອີຣານ ​ໂດຍ​ທ່ານ Saeed Jalili ນຳ​ໜ​້າ ​ແລະ ບັນດາ​ຜູ້ຕາງໜ້າ​ກຸ່ມ P5+1 ລ້ວນ​ແຕ່​ມີ​ຄວາມ​ຫວັງ​ດ້ານ​ການ​ເມືອງ ດັ່ງ​ນັ້ນ​ການ​ເຈລະຈາ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ ​ແລະ ​ມີເຈດ​ຕະນາ​ດີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ຫຼັກ​ໝັ້ນ​ຍັງ​ແຕກ​ຕ່າງ​ກັນ ດັ່ງ​ນັ້ນ ​ເວລາພຽງ 2 ວັນ ອາດ​ຈະ​ບໍ່ພໍ​ເພື່ອ​ໃຫ້​ຝ່າຍ​ຕ່າງ​ໆ​ບັນລຸ​ໄດ້​ບັນດາ​ຄວາມ​ຄືບ​ໜ້າ ຫຼື ຂໍ​້ຕົກລົງ​ຄື​ຄວາມມຸ້ງ​ຫວັງ.

ທ່ານ Michael Mann, ​ເລຂາ​ດ້ານ​ສື່ຂ່າວ​ຂອງທ່ານ​ນາງ Catherine Ashton, ​ເຊິ່ງ​ແມ່ນຜູ້ຕາງໜ້າຂັ້ນ​ສູງ ຮັບຜິດ​ຊອບ​ຄວາມ​ໝັ້ນຄົງ ​ແລະ ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ຂອງສະຫະພາບ​ເອີ​ລົບ ຖື​ວ່າ: ການ​ເຈລະຈາ​ຢູ່​ລັດ​ເຊຍ ​ຖືກ​ດຳ​ເນີນ​ໄປຢ່າງ​​ເຄັ່ງ​ຕຶງ ​​ແຕ່ກົງ​ໄປ​ກົງ​ມາ.

​ໃນ​ຂະນະ​ນັ້ນ, ທ່ານ Ali Bagheri ຮອງ​ປະທານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ອີຣານ ຖະ​ແຫຼ​ງວ່າ: ອີຣານຈະ​ສືບ​ຕໍ່​ຮຽກຮ້ອງສິດ​ນຳ​ໃຊ້​ພະລັງງານ​ປະລະມານູ ​ເພື່ອ​ຈຸດໝາຍ​ສັນ​ຕິ​ພາບ ​ແລະ ຖື​ວ່າ​ທຸກໆ​ມາດ​ຕະການ​ລົງ​ໂທດ​ ຫຼື ຂວ້ຳ​ບາດ​ລ້ວນ​ແຕ່​ບໍ່​ປະກອບສ່ວນ​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​​ໃນ​ການ​ເຈລະຈາ ກໍ​ຄື​ຈຸດໝາຍ​ໂດຍ​ຝ່າຍ​ຕ່າງໆ​ວາງ​ອອກ.

ຂ່າວ/ບົດ​ອື່ນ