ຄວາມປອດໄພ, ຍືນຍົງຂອງລະບົບອິນເຕີເນັດຕໍ່ໜ້າການພັດທະນາບັນດາເຕັກໂນໂລຊີໃໝ່

(VOVWORLD) - ເພື່ອພັດທະນາບັນດາການບໍລິການອິນເຕີເນັດ, ເຕັກໂນໂລຊີໃໝ່, ພື້ນຖານໂຄງລ່າງອິນເຕີເນັດ ຫວຽດນາມ ຕ້ອງມີການປ່ຽນແປງ, ປັບປຸງໃຫ້ສອດຄ່ອງກັບການພັດທະນາຂອງເຕັກໂນໂລຊີໃໝ່
ຄວາມປອດໄພ, ຍືນຍົງຂອງລະບົບອິນເຕີເນັດຕໍ່ໜ້າການພັດທະນາບັນດາເຕັກໂນໂລຊີໃໝ່ - ảnh 1(ກອງປະຊຸມປະຈຳປີ 2024 ກ່ຽວກັບອິນເຕີເນັດ (VNNIC Internet Conference 2024)

        “ຄວາມປອດໄພ, ຍືນຍົງຂອງລະບົບອິນເຕີເນັດຕໍ່ໜ້າການພັດທະນາບັນດາເຕັກໂນໂລຊີໃໝ່”. ນີ້ແມ່ນຫົວຂໍ້ຂອງກອງປະຊຸມປະຈຳປີ 2024 ກ່ຽວກັບອິນເຕີເນັດ (VNNIC Internet Conference 2024) ຈັດຂຶ້ນໃນຕອນເຊົ້າວັນທີ 07 ມິຖຸນາ, ຢູ່ ຮ່າໂນ້ຍ. ກອງປະຊຸມໂດຍສູນອິນເຕີເນັດ ຫວຽດນາມ - VNNIC (ກະຊວງຖະແຫຼງຂ່າວ ແລະ ສື່ສານ) ຈັດຂຶ້ນ. ເຫດການໄດ້ດຶງດູດການນຳ, ນັກຊ່ຽວຊານ, ວິສາວະກອນອິນເຕີເນັດຢູ່ພາຍໃນ ແລະ ຕ່າງປະເທດກວ່າ 400 ທ່ານເຂົ້າຮ່ວມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ຢືນຢັນວ່າ, ເພື່ອພັດທະນາບັນດາການບໍລິການອິນເຕີເນັດ, ເຕັກໂນໂລຊີໃໝ່, ພື້ນຖານໂຄງລ່າງອິນເຕີເນັດ ຫວຽດນາມ ຕ້ອງມີການປ່ຽນແປງ, ປັບປຸງໃຫ້ສອດຄ່ອງກັບການພັດທະນາຂອງເຕັກໂນໂລຊີໃໝ່, ແຕ່ຍັງຮັບປະກັນຄວາມປອດໄພ, ຍືນຍົງ. ພື້ນຖານໂຄງລ່າງດີຈີຕອນຕ້ອງຮັບປະກັນຄວາມປອດໄພ, ຍືນຍົງ ແມ່ນພື້ນຖານຂອງການພັດທະພັດທະນາເຕັກໂນໂລຊີດີຈີຕອນ, ຮັບໃຊ້ການກໍ່ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ພື້ນຖານດີຈີຕອນ.

        ທີ່ກອງປະຊຸມ, ບັນດານັກບັນລະຍາຍໄດ້ແນະນຳຫຼາຍໂປຼແກຼມ, ມາດຕະການແກ້ໄຂ, ເຕັກໂນໂລຊີໃໝ່ໃນການຄຸ້ມຄອງ, ພັດທະນາພື້ນຖານໂຄງລ່າງອິນເຕີເນັດ; ຕີລາຄາ, ຕິດຕາມກວດກາ, ວັດແທກ ແລະ ຂຸດຄົ້ນຂໍ້ມູນຮັບໃຊ້ການກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ, ການຫັນປະເທດຊາດເປັນດີຈີຕອນ; ພື້ນຖານໂຄງລ່າງອິນເຕີເນັດ, ເຕັກໂນໂລຊີໃໝ່. ຜ່ານເຫດການ, ປະຊາຄົມອິນເຕີເນັດ ຫວຽດນາມ ໄດ້ຮ່ຳຮຽນເອົາບົດຮຽນ, ເຊື່ອມຕໍ່, ຮ່ວມມືກັບບັນດານັກຊ່ຽວຊານ, ອົງການຈັດຕັ້ງ, ວິສາຫະກິດໃນຂົງເຂດອິນເຕີເນັດ, ເຕັກໂນໂລຊີຂໍ້ມູນຂ່າວສານແຖວໜ້າໂລກ.

        ຢູ່ນອກກອງປະຊຸມ, ໄດ້ຈັດງານວາງສະແດງກ່ຽວກັບເຕັກໂນໂລຊີ, ຜະລິດຕະພັນກ່ຽວຂ້ອງເຖິງອິນເຕີເນັດ ແລະ ເຂດສະຫງວນໃຫ້ນັກສຶກສາຊອກຮູ້, ໝູນໃຊ້, ຂຸດຄົ້ນຄຸນຄ່າ, ແຫຼ່ງຊັບພະຍາກອນອິນເຕີເນັດ, ຕັ້ງຊື່ເວັບໄຊແຫ່ງຊາດ “.vn” ໃນການຮ່ຳຮຽນ, ເລີ່ມ startup.

ຕອບກັບ

ຂ່າວ/ບົດ​ອື່ນ