ຄວາມປອດໄພດ້ານຂໍ້ມູນຂ່າວສານ ແມ່ນບຸລິມະສິດແຖວໜ້າຂອງຫວຽດນາມ ໃນການພັດທະນາການນໍາໃຊ້ອິນເຕີແນັດສັບພະສິ່ງ (IoT)

(VOVWORLD) - ເພື່ອຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່່າວສານ, ຄວາມສະຫງົບແຫ່ງຊາດ ແມ່ນບຸລິມະສິດແຖວໜ້າຂອງຫວຽດນາມ ໃນການນໍາໃຊ້ ອິນເຕີແນັດສັບພະສິ່ງ (IoT) ເຂົ້າໃນນການຜະລິດ ແລະ ຊີວິດປະຈໍາວັນ. 

       ນີ້ແມ່ນເນື້ອໃນ ໂດຍທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຟ້າມຮົ່ງຫ໋າຍ ໄດ້ເນັ້ນໜັກໃນກອງປະຊຸມສໍາມະນາ ແລະ ງານວາງສະແດງສາກົນ ກ່ຽວກັບອິນເຕີແນັດສັບພະສິ່ງ ແລະ ຮັກສາຄວາມລັບຂອງຂໍ້ມູນຂ່າວສານປີ 2019, ດ້ວຍຫົວຂໍ້ “ອິນເຕີແນັດສັບພະສິ່ງ ແລະ ການຮັກສາຄວາມລັບຂໍ້ມູນຂ່າວສານ: ມຸ່ງໄປເຖິງໂລກແຫ່ງການເຊື່ອມຕໍ່ ແລະ ປອດໄພ” ທີ່ຈັດຂຶ້ນໃນວັນທີ 13 ພະຈິກ ຢູ່ນະຄອນໂຮ່ຈີມິນ.

        ຕາມທ່ານ ຟ້າມຮົ່ງຫ໋າຍແລ້ວ, ການປະຕິວັດອຸດສາຫະກໍາຄັ້ງທີ 4 ປະກົດມີເຕັກໂນໂລຢີບຸກທະລຸຫຼາຍຢ່າງ ເຊິ່ງໄດ້ເຮັດໃຫ້ຂະແໜງເສດຖະກິດເວົ້າສະເພາະ ແລະສັງຄົມເວົ້າລວມມີການປ່ຽນແປງ ຢ່າງບໍ່ເຄີຍມີມາກ່ອນ.

        ຢູ່ຫວຽດນາມ, ລັດຖະບານພວມຜັນຂະຫຍາຍການກໍ່ສ້າງ ແຜນຮ່າງຫັນປ່ຽນດີຈີຕອນແຫ່ງຊາດ ດ້ວຍການເຂົ້າຮ່ວມຂອງຫຼາຍກະຊວງ, ຂະແໜງການ, ວິສາຫະກິດເຕັກໂນໂລຢີພາຍໃນປະເທດ ແລະ ຕ່າງປະເທດ. ຫຼາຍທ້ອງຖິ່ນຫວຽດນາມໄດ້ຜັນຂະຫຍາຍສະຖານີສົ່ງສັນຍານ 5G, ກໍ່ສ້າງແຜນຮ່າງຕົວເມືອງອັດສະລິຍະມີການເຄື່ອນໄຫວໂດຍອີງໃສ່ພື້ນຖານຂໍ້ມູນທີ່ໄດ້ເກັບກໍາມາຈາກບັນດາເຄື່ອງອຸປະກອນອັດສະລິຍະ...


ຕອບກັບ

ຂ່າວ/ບົດ​ອື່ນ