ຄວາມປອດໄພແລະສຸຂະອະນາໄມອາຫານຈະປະກອບສ່ວນກໍ່ສ້າງພື້ນຖານກະສິກຳຫວຽດນາມພັດທະນາຢ່າງໝັ້ນຄົງ

ຄວາມປອດໄພແລະສຸຂະອະນາໄມອາຫານຈະປະກອບສ່ວນກໍ່ສ້າງພື້ນຖານກະສິກຳຫວຽດນາມພັດທະນາຢ່າງໝັ້ນຄົງ - ảnh 1
ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ້​ຫງອກ​ທິ້ງ, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສະ​ຫຼອງ
(ພາບ: TTXVN)

(vovworld) - ຕອນບ​່າຍ​ວັນ​ທີ 13/02, ທ່​ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ້​ຫງອກ​ທິ້ງ ໄດ້​ເຂົ້າ​ຮ່ວມ ແລະ ຕັດ​ແຖບ​ຜ້າ​ເປີດ​ສະ​ຫຼອງ​ຮ້ານຊັບ​ພະ​ສິນ​ຄ້າຈຳ​ໜ່າຍ​​ອາ​ຫານ​​​ຜະ​ລິດ​ຕະ​ພັນ​ກະ​ເສດປອດ​ສານ​​ພິດ UCAmart ຢ​ູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຮ້ານ​ຊັບ​ພະ​ສິນ​ຄ້າ​ທີ່ນອນ​ໃນ​ລະ​ບົບ​ຮ້ານ​ຊັບ​ພະ​ສິນ​ຄ້າ UCAmart ສັງ​ກັດ​ສະ​ຫະ​ສະ​ຫະ​ກອນ​ຈຳ​ໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດ​ປອດ​ສານ​​ພິດ​ຫວຽດ​ນາມ (ສະ​ຫະ​ພັ​ນ​ສ​ະ​ຫະ​ກອນ​ຫວຽດ​ນາມ) ດ້​ວຍ​ມາດ​​ຖານ​ແມ່ນ​ສູນ​ຂາຍ​ສົ່ງ, ຂາຍ​ຍ່ອຍ, ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອາ​ຫານ​ປອດ​ສານພິດ​ຫວຽດ​ນາມ ເຖິງ​ຜູ້​ບໍ​ລິ​ໂພກ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສະ​ຫຼອງ, ​ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ້​ຫງອກ​ທິ້ງ ຢືນ​ຢັນ​ວ່າ, ຜ່ານ​ລະ​ບົບ​ຮ້ານຊັບ​ພະ​ສິນ​ຄ້າ​​ຜັກ, ອາ​ຫານ​ປອດ​ສານ​ຜິດ ຈະ​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ກະ​ສິ​ກຳ​ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ໝັ້​ນ​ຄົງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ສະ​ຫະ​ພັນ​ສະ​ຫະ​ກອນ​ຫວຽດ​ນາມ ສືບ​ຕໍ່​ເປັນ​ເສ​ນາ​ທິ​ການ, ສະ​ເໜີ​ຕໍ່​ລັດ​ຖະ​ບານ​ໃຫ້​ມີ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ຢ່າງ​ລະ​ອຽດ, ເໝາະ​ສົ​ມ​ເພື່ອ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ…

ຂ່າວ/ບົດ​ອື່ນ