ຄວາມປະທັບໃຈ “ວັນຫວຽດນາມ” ຢູ່ ອາກຊັງຕິນ

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ,
ຄວາມປະທັບໃຈ “ວັນຫວຽດນາມ” ຢູ່ ອາກຊັງຕິນ - ảnh 1  “ວັນ ຫວຽດນາມ” ໄດ້ຈັດຕັ້ງໃນບໍລິເວນສວນສາທາລະນະ Seeber (ພາບ: qdnd.vn)

ວັນທີ 08 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ສົມທົບກັບອຳນາດການປົກຄອງນະຄອນ Buenos Aires ຈັດຕັ້ງ “ວັນ ຫວຽດນາມ” ໃນບໍລິເວນສວນສາທາລະນະ Seeber ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າກະຊວງການຕ່າງປະເທດ, ອຳນາດການປົກຄອງນະຄອນ Buenos Aires, ຄະນະທູຕານຸທູດ ພ້ອມດ້ວຍປະຊາຊົນປະຈຳຖິ່ນເປັນຈຳນວນຫລວງຫລາຍ.

        ກ່າວຄຳເຫັນໄຂເຫດການພິເສດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ຕີລາຄາສູງການສະໜັບສະໜູນ ແລະ ການຮ່ວມເດີນທາງຂອງອຳນາດການປົກຄອງນະຄອນ Buenos Aires ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ອາກຊັງຕິນ ເພື່ອເປັນຄັ້ງທຳອິດນຳ “ວັນ ຫວຽດນາມ” ແນະນຳໃຫ້ປະຊາຊົນນະຄອນຫລວງເປັນຈຳນວນຫລວງຫລາຍ, ພ້ອມທັງ ຢືນຢັນວ່າ ນີ້ແມ່ນເຫດການແທດຈິງເພື່ອຂ່ຳນັບຮັບຕ້ອນເຫດການ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ຫວຽດນາມ - ອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ