ຄວາມປະທັບໃຈ “ໝູ່ບ້ານ ອາຊຽນ” ທີ່ງານບຸນວັດທະນະທຳຫຼາຍຮູບຫຼາຍສີແຫ່ງຊາດ ອົດສະຕາລີ

ຄວາມປະທັບໃຈ “ໝູ່ບ້ານ ອາຊຽນ” ທີ່ງານບຸນວັດທະນະທຳຫຼາຍຮູບຫຼາຍສີແຫ່ງຊາດ ອົດສະຕາລີ - ảnh 1
ແຂກ​ເຂົ້າ​ຢ້ຽມ​ຊົມ​ຮ້າຍ​ວາງ​ສະ​ແດງ

(vovworld) - ​​​​​ ​​​ແຕ່​ວັນ​ທີ 17 – 19/2, ຢູ່​ນະ​ຄອນຫຼວງ Canberra, ປະ​ເທດ ອົດ​ສະ​ຕາ​ລີ ໄດ້​ຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳຫຼາຍ​ຮູບຫຼາຍ​ສີ​ແຫ່ງ​ຊາດ​ປີ 2017. ປີນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ໃນ​ຂອບ​ເຂດ “​ໝູ່ບ້ານ ອາ​ຊຽນ”, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ເຖິງ​ປະ​ຊາ​ຊົນ ອົດ​ສະ​ຕາ​ລີ ແລະ ເພື່ອນ​ມິດ​ສາ​ກົນ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ​ອົດ​ສ​ະ​ຕາ​ລີ ເລືອງ​ແທງງີ້, ໃຫ້​ຮູ້​ວ່າ: ເລື່ອງສ້າງ​ຕັ້ງ “ໝູ່​ບ້ານ​ວັດ​ທະ​ນະ​ທຳ” ໃນ​ງານ​ບຸນ​ປີນີ້​ເພື່ອ​ແນ​ໃສ່​ແນະ​ນຳ​ພື້​ນ​ຖານ​ວັດ​ທະ​ນະ​ທຳຫຼາຍ​ຮູບຫຼາຍ​ສີ​ຂອງ ອາ​ຊຽນ ກັບ​ເພື່ອນ​ມິດ​ສາ​ກົນ, ພິ​ເສດ​ແມ່ນ​ສຳ​ລັບ​ມະ​ຫາ​ຊົນ ອົດ​ສະ​ຕາ​ລີ. ນອກ​ຈາກນັ້ນ, ເລື່ອງ​ເຂົ້າ​ຮ່ວມ​ດ້ວຍ​ຖາ​ນະ​ເປັນ​ກຸ່ມ​ໜຶ່​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ, ພິ​ເສດ​​ແມ່ນການ​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ​ຂອງ​ແຕ່​ລະ​ປະ​ເທດກໍ່​ຄື​ຂອງ​ກຸ່ມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທງງີ້ ຖື​ວ່າ ຫວຽດ​ນາມ ​ໄດ້ປະ​ກອບ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ຄວາມ​ເປັນຫຼາຍ​ຮູບຫຼາຍ​ສີ​ຂອງວັດ​ທະ​ນະ​ທຳ​ຂອງ ອົດ​ສະ​ຕາ​ລີ ຍ້ອນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ປະ​ມານ 300.000 ຄົນ​ພວ​ມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ອົດ​ສະ​ຕາ​ລີ.


ຂ່າວ/ບົດ​ອື່ນ