ຄວາມປະທັບໃຈຂອງຜູ້ແທນສາກົນກ່ຽວກັບ APPF 26

(VOVWORLD) - ກອງປະຊຸມປະຈຳປີເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 26 (APPF 26), ສິ້ນສຸດລົງໂດຍບັນລຸຜົນສຳເລັດ, ຕອນບ່າຍວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ລັດຖະສະພາບັນດາປະເທດສະມາຊິກ APPF ໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ.
ຄວາມປະທັບໃຈຂອງຜູ້ແທນສາກົນກ່ຽວກັບ APPF 26 - ảnh 1 (ຄວາມປະທັບໃຈຂອງຜູ້ແທນສາກົນກ່ຽວກັບ APPF 26)

ທ່ານສະມາຊິກລັດຖະພາ D.Karavaki ຂອງຄະນະຜູ້ແທນ Fiji ແບ່ນປັນວ່າ: ທຸກໆປະເທດຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍລວມ ແລະ ບັນດາສິ່ງທ້າທ້າຍຂອງຕົນເອງ. ໃນຂອບເຂດ APPF, ພວກເຮົາມີກາລະໂອກາດ, ມີສະພາບແວດລ້ອມ ແລະ ໄດ້ລະດົມນັງທັງທາງດ້ານຈິດໃຈ ເພື່ອຊອກຫາທິດທາງແກ້ໄຂ ກໍຄືເພີ່ມທະວີການຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ອາຊີ - ປາຊີຟິກ.

        ສ່ວນທ່ານປະທານກຳມາທິການການຕ່າງປະເທດສະພາສູງສະຫະພັນລັດເຊຍ Konstantin Kosachev ຢືນຢັນວ່າ, APPF 26 ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກລັດຖະສະພາແບ່ງປັນບັນດາຄວາມສົນໃຈລວມ, ສຸມໃສ່ເຂົ້າໂຄງການດຳເນີນງານມີລັກສະນະສາມັກຄີ.

        “ພວກເຮົາບັນລຸໄດ້ບັນດາໝາກຜົນທີ່ອຸດົມສົມບູນ. ບັນດາວາລະປະຊຸມ ກໍຄືຖະແຫຼງການສຸດທ້າຍ ແມ່ນບັນດາໝາກຜົນທີ່ດີທີ່ສຸດ ຂອງທຸກໆຄວາມມານະພະຍາຍາມຂອງບັນດາຜູ້ແທນ. ນີ້ແມ່ນບັນດາໝາກຜົນຜ່ານທັງວິວັດການເຮັດວຽກ, ພ້ອມກັບການຮ່ວມມື ແລະ ສິ່ງດັ່ງກ່າວບັນລຸໄດ້ແມ່ນຍ້ອນການຈັດຕັ້ງ ກໍຄືຄວາມເອົາໃຈໃສ່ຂອງປະເທດເຈົ້າພາບຫວຽດນາມ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນນ້ຳໃຈສາມັກຄີລະຫວ່າງບັນດາລັດຖະສະພາໃນພາກພື້ນ”.

        ເຂົ້າຮ່ວມ APPF 26 ດ້ວຍຖານະພິເສດ, ແຂກຖືກເຊີນນອກພາກພື້ນອາຊີ - ປາຊີຟິກ, ທ່ານຮອງປະທານລັດຖະສະພາ Morocco, Mohamed Ouzzine ໄດ້ຕີລາຄາສູງບົດບາດຂອງ APPF ໃນການແກ້ໄຂບັນດາບັນຫາຮ້ອນຮັ່ງຂອງພາກພື້ນ. ຜົນສຳເລັດຂອງ APPF ໄດ້ພິສູດໃຫ້ເຫັນການຮ່ວມມືລະຫວ່າງບັນດາປະເທດເຂົ້າຮ່ວມ APPF ແລະ ວຽກງານຈັດຕັ້ງກອງປະຊຸມເປັນຢ່າງດີຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ