ຄວາມປະທັບໃຈພາບພົດຫວຽດນາມໃນ“ວັນຄອບຄົວອາຊຽນ”ຢູ່ນິວຢ໋ອກ

ຄວາມປະທັບໃຈພາບພົດຫວຽດນາມໃນ“ວັນຄອບຄົວອາຊຽນ”ຢູ່ນິວຢ໋ອກ - ảnh 1
ວັນ​ຄອບຄົວ ອາ​ຊຽນ (ພາບ:hoangchien/TTXVN)

(vovworld) – ​ ວັນ​ທີ 15/8, ບັນດາ​ຄະນະ​ຜູ້​ຕາງໜ້າປະຈຳຂອງ 10 ປະ​ເທດ​ສະມາຊິກ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຢູ່​ສະຫະ​ປະຊາ​ຊາດ​ຈັດ​ຕັ້ງ​ງານ​ບຸນ​ມູນ​ເຊື້ອ “ວັນ​ຄອບຄົວ ອາ​ຊຽນ” ຢູ່​ນະຄອນ ນິວຢ໋ອກ, ປະ​ເທດ ອາ​ເມ​ລິ​ກາ ຢ່າງສົມ​ກຽດ.  ຄະນະຜູ້​ຕາງໜ້າ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ​ໄດ້​ນຳ​ມາ​ງານ​ບຸນ​ຄັ້ງ​ນີ້ ຮ້ານ​ວາງສະ​ແດງ​ບັນດາ​ຮູບ​ພາບເອກະລັກ​ສະ​ເພາະ ​ກ່ຽວ​ກັບປະ​ເທດຊາດ, ຊາວ ຫວຽດນາມ​ ພ້ອມ​ກັບ​ບັນ​ດາ​ເຍື່ອງ​ອາຫານ​ແຊບນົວ ​ແລະ ການ​ລະ​ຫລິ້​ນ​ພື້ນ​ເມືອງ, ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ແຂກ​ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ

           ກ່າວ​ຄຳ​ເຫັນ​ທີ່​ງານ​ບຸນ, ບັນດາ​ເອກ​ອັກຄະ​ລັດຖະທູດ ອາ​ຊຽນ ຢືນຢັນ​ວ່າ: “ວັນ​ຄອບຄົວ ອາ​ຊຽນ” ​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລ​ກປ່ຽນ​ວັດທະນະທຳ, ກິລາທີ່​ມີ​ປະ​ໂຫຍ​ດ ຊຶ່ງ​ບັນດາ​ຄະນະຜູ້ຕາງໜ້າ​​ໄດ້ຮັກສາ​​ໃນຫລາຍ​ປີຜ່ານ​ມາແລ້ວ. ວັນ​ບຸນ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ນັກ​ການ​ທູດ, ນັກ​ຂ່າວ ​ແລະ ປະຊາ​ຄົມ​ບັນດາ​ປະ​ເທດ ອາ​ຊຽນ ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮຳ່ຮຽນ​ຢູ່ ນິວຢ໋ອກ ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ, ຜ່ານ​ນັ້ນ ຈະ​ຊ່ວຍ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ຈັດ​ຕັ້ງ​ນິ້

ຂ່າວ/ບົດ​ອື່ນ