ຄວາມປະທັບໃຈວັນບຸນຫວຽດນາມຢູ່ປາລາກວາຍ

(VOVWORLD) -    ໂດຍມຸ່ງສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງດ້ານການທູດລະຫວ່າງຫວຽດນາມ-ປາລາກວາຍຄົບຮອບ 25 ປີ (30/5/1995-30/5/2020), ສະຖານທູດຫວຽດນາມປະຈຳອັກຊັງຕີນ, ແລະປາລາກວາຍ, ໄດ້ສົມທົບກັບກະຊວງການຕ່າງປະເທດປາລາກວາຍແລະອຳນາດການປົກຄອງນະຄອນ Asuncion ຈັດບັນດາກິດຈະກຳ “ຊຸມວັນບຸນຫວຽດນາມຢຸູ່ Asuncion” ແຕ່ວັນທີ 22-23 ສິງຫາ.
ຄວາມປະທັບໃຈວັນບຸນຫວຽດນາມຢູ່ປາລາກວາຍ - ảnh 1 ງານວາງສະແດງບັນດາພາຍຖ່າຍກ່ຽວກັບປະເທດຫວຽດນາມ ຢູ່ ປາລາກວາຍ (ພາບ: vietnamplus.vn)

        ໃນຂອບເຂດ“ຊຸມວັນບຸນຫວຽດນາມຢຸູ່ Asuncion”, ມີບັນດາກິດຈະກຳທີ່ໄດ້ຜັນຂະຫຍາຍຄືການໂອ້ລົມສົນທະນານຳສະເໜີກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າແລະການທ່ອງທ່ຽວລະຫວ່າງຫວຽດນາມແລະປາລາກວາຍ; ການວາງສະແດງຮູບພາບແລະສາຍຮູບເງົາ; ວາງສະແດງບັນດາຜະລິດຕະພັນສິນຄ້າສົ່ງອອກ, ເຄື່ອງສິນລະປະຫັດຖະກຳຂອງຫວຽດນາມ; ແລະແນະນຳອາຫານການກິນຫວຽດນາມ.

        ກິດຈະກຳດັ່ງກ່າວໄດ້ຮັບຄວາມສົນອົກສົນໃຈຢ່າງກວ້າງຂວາງຈາກບັນດາວົງການນັກການເມືອງ, ຄະນະວິສາຫະກິດແລະ ດຶງດູດແຂກນັບຮ້ອຍເທື່ອຄົນມາເຂົ້າຮ່ວມແລະຢ້ຽມຊົມງານວາງສະແດງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ