ຄວາມປະທັບໃຈຫວຽດນາມ ງານບຸນວັດທະນະທຳອາຊີທີ່ສເຊັກໂກ

ຄວາມປະທັບໃຈຫວຽດນາມ ງານບຸນວັດທະນະທຳອາຊີທີ່ສເຊັກໂກ - ảnh 1
ຄວາມປະທັບໃຈຫວຽດນາມ ງານບຸນວັດທະນະທຳອາຊີທີ່ ສເຊັກໂກ

(vovworld) - ມີ​ຊາວ ສ​ເຊັກ​ໂກ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ນັບ​ຮ້ອຍ​ຄົນ​ ​ໄດ້ມີ​ໂອກາດ​​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ​ໄດ້​ຮັບ​ປະທານ​ອາຫານ​ຫຼາຍ​ເຍື່ອງ​, ພ້ອມ​ກັບ​ໝາກ​ໄມ້​ຫຼາຍ​ຊະນິດ ກໍ່​ຄື​ນຳ້​ດື່ມ​ຂອງ ຫວຽດນາມ ​ໃນ​ “ງານ​ບຸນ​ວັດທະນະທຳ​ອາຊີ-​ໃກ້ ​ແລະ ​ໄກ“, ​ເຊິ່ງ​ໄຂ​ຂຶ້ນ​​ໃນ​ວັນ​ທີ 18/6 ຢູ່ນະຄອນຫຼວງ Praha, ສ​ເຊັກ​ໂກ. ງານ​ບຸນ​ໂດຍ​ສະຖານທູດ​ ຫວຽດນາມ​ປະຈຳ ສ​ເຊັກ​ໂກ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເມືອງ Praha 3 ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ Info Dracek ຮ່ວມ​ກັນ​ຈັດ​ຕັ້ງ, ​ເພື່ອ​ເປັນ​ຂີດ​ໝາຍ​ສິ້ນ​ສຸດ​ປີ​ວັດທະນະທຳ ຫວຽດນາມ​ຢູ່ ສ​ເຊັກ​ໂກ.

​ໃນງານ​ບຸນ​ປີ​ນີ້, ຫວຽດນາມ​ແນະນຳ​ເຖິງ​ປະຊາຊົນ ສ​ເຊັກ​ໂກ ​ແລະ ນັກ​ທ່ອງ​ທ່ຽວ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ຜ່ານ​ລາຍການ​ສະ​ແດງ​ສິລະ​ປະ, ການ​ເດີນ​ແບບຊຸດ​ເສື້ອຍາວ, ກໍ່​ຄື​ອາຫານ​ການ​ກິນ. ທ້າວ Lucas Hruda, ນັກ​ສຶກສາ ສ​ເຊັກ​ໂກ, ​ໃຫ້​ຮູ້​ວ່າ,

ຂ້າພະ​ເຈົ້າ​ບໍ່​ຮູ້​ຫຼາຍ​ກ່ຽວ​ກັບ ຫວຽດນາມ, ພຽງ​ແຕ່​ຮູ້ບັນດາ​ໂຄງການ​ພັດທະນາ​ໂຄງ​ລ່າງ​ຢູ່ ຫວຽດນາມ, ​ເຊິ່ງມີ​ຄົນ ​ເຊັກ​ໂກ​ເຂົ້າ​ຮ່ວມ ​ແລະ ອາຫານ ຫວຽດນາມ​ບາງ​ເຍື່ອງ ​ໂດຍ​ເພື່ອນຮ່ວມ​ອາຊີບ​ຊາວ​ຫວຽດນາມ ​ແນະນຳ​ໃຫ້​​ເທົ່າ​ນັ້ນ. ​ເມື່ອ​ຮູ້​ວ່າ​ມີ​ງານ​ບຸນ​ນີ້, ຂ້າພະ​ເຈົ້າຢາກ​ມາ​ຮັບ​ປະທານ​ອາຫານ​ເຍື່ອງ​ຕ່າງໆ​ຂອງ​ ຫວຽດນາມ​ທີ່​ຂ້າພະ​ເຈົ້າ​ນິຍົມ. ​ເມື່ອ​ໄດ້​ຊົມ​ຊຸດ​ເສື້ອ​ຍາວ​ຂອງ​ຫວຽດນາມ, ​ແລະ ຄົ້ນ​ຫາ ຫວຽດນາມ​ຜ່ານ​ຮູບ​ພາບ​ຕ່າງໆ​ທີ່​ມີ​ຫົວ​ຂໍ້​ແຕກ​ຕ່າງ​ກັນ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ໂອກາດ​ມາ​ຫວຽດນາມ ​ເພື່ອ​ເຫັນ​ປະຈັກ​ຕາ​ປະ​ເທດ​ຊາດ​ຂອງ​ພວກ​ເພື່ອນ“.

“ງານ​ບຸນ​ວັດທະນະທຳ​ອາຊີ-​ໃກ້ ​ແລະ ​ໄກ“ ​ໄດ້​ອັດ​ລົງ​ຢູ່ ສ​ເຊັກ​ໂກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ສິລະ​ປະ​ຫຼາຍ​ຢາງ​ຖືກ​ຈັດ​ຕັ້ງຢູ່​ທີ່​ນີ້, ປະກອບສ່ວນ​ໂຄສະນາ​ພາບ​ພົດ​ຂອງ​ຫວຽດນາມ​ຢູ່ ສ​ເຊັກ​ໂກ.

 

ຂ່າວ/ບົດ​ອື່ນ