ຄວາມປະທັບໃຈໃນງານບຸນວັດທະນະທຳຫວຽດນາມ-ສ.ເຊັກໂກ

(VOVWORLD) -“ສະບາຍດີຮ່າໂນ້ຍ” ແມ່ນຫົວຂໍ້ຂອງງານບຸນວັດທະນະທຳຫວຽດນາມ - ສ.ເຊັກໂກ ເຊິ່ງໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຢູ່ນະຄອນ Plzen, ສ.ເຊັກໂກ ໃນວັນທີ 02 ມິຖຸນາ.

ຄວາມປະທັບໃຈໃນງານບຸນວັດທະນະທຳຫວຽດນາມ-ສ.ເຊັກໂກ - ảnh 1 (ງານບຸນນີ້ຈະສ້າງຄວາມປະທັບໃຈອັນດີງາມ ບໍ່ພຽງແຕ່ສຳລັບຊາວຫວຽດນາມ ເທົ່ານັ້ນ,

ຫາກຍັງສຳລັບປະຊາຊົນສ.ເຊັກໂກ ອີກດ້ວຍ)

ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ງານບຸນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະຊາຊົນສ.ເຊັກໂກ ແລະ ນັກທ່ອງທ່ຽວສາກົນ.

        ທີ່ງານບຸນ, ມີຮ້ານອາຫານແນະນຳບັນດາເຍື່ອງອາຫານພື້ນເມືອງນັບສິບໆຮ້ານ, ພ້ອມກັບບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ກຸບ, ແພໄໝ ມ້ອນ ແລະ ໝາກໄມ້ຫຼາຍຊະນິດ. ນອກນັ້ນຍັງມີບັນດາລາຍການສະແດງຟ້ອນລຳທຳເພງ, ສະແດງຊຸດອາພອນຊົນເຜົ່າ, ບັນດາການລະຫຼີ້ນພື້ນເມືອງ... ຂອງ 2 ປະເທດ. ທ່ານ ຫງວຽນຊິງ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ Plzen, ຫົວໜ້າຄະນະຈັດຕັ້ງງານບຸນ, ໃຫ້ຮູ້ວ່າ.

        “ນີ້ແມ່ນງານບຸນພິເສດທີ່ມີຊື່ວ່າ ງານບຸນວັດທະນະທຳອາຫານການກິນຫວຽດນາມ - ສ.ເຊັກໂກ ດ້ວຍຫົວຂໍ້ “ສະບາຍດີຮ່າໂນ້ຍ”. ຂ້າພະເຈົ້າຫວັງວ່າ, ງານບຸນນີ້ຈະສ້າງຄວາມປະທັບໃຈອັນດີງາມ ບໍ່ພຽງແຕ່ສຳລັບຊາວຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບປະຊາຊົນສ.ເຊັກໂກ ອີກດ້ວຍ, ຜ່ານງານບຸນນີ້, ປະຊາຊົນສ.ເຊັກໂກ ຈະມີຄວາມຮູ້, ຄວາມເຂົ້າໃຈບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ ຫຼາຍກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ