ຄວາມປະເອີບໃຈກ່ຽວກັບແງ່ຫວັງຮ່ວມມືເສດຖະກິດ ຫວຽດນາມ - ອິນເດຍ ພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

(VOVWORLD) - ການຢ້ຽມຢາມທາງລັດຖະກິດ ອິນເດຍ ແຕ່ວັນທີ 30 ກໍລະກົດ - 01 ສິງຫາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປີດໄລຍະໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອິນເດຍ.
ຄວາມປະເອີບໃຈກ່ຽວກັບແງ່ຫວັງຮ່ວມມືເສດຖະກິດ ຫວຽດນາມ - ອິນເດຍ ພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi)

ເມື່ອໃຫ້ຂໍ້ສັງເກດທີ່ໜ້າປະເອີບໃຈກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດພາຍຫຼັງການຢ້ຽມຢາມ ແລະ ແບ່ງປັນບັນດາແຜນການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ, ໃຫ້ຮູ້ວ່າ:

        “ໃນໄລຍະຈະມາເຖິງ, ຫວຽດນາມ ຈະຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ບົດບັນທຶກ (MOU) ໄດ້ມອບ, ກໍຄືບັນດາການຊີ້ນຳຂອງນາຍົກລັດຖະມົນຕີ, ການຄ້າ 2 ສົ້ນສູ້ຊົນຮອດປີ 2030 ຈະເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປະຈຸບັນ, ບັນລຸເກືອບ 30 ຕື້ USD. ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳສ້າງຕັ້ງບັນດາໜ່ວຍປະຕິບັດງານເພື່ອພ້ອມກັບວິສາຫະກິດ ອິນເດຍ ໃນວິວັດການຊອກຮູ້, ສ້າງສຳເນົາໂຄງການ, ຊ່ວຍໃຫ້ເຂົາເຈົ້າປະຕິບັດຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ ໂດຍໄວ, ແຕ່ຕ້ອງຖອນເວລາ, ຜັນຂະຫຍາຍການດຶງດູດການລົງທຶນຈາກ ອິນເດຍ ມາ ຫວຽດນາມ ໂດຍໄວ.”

ຕອບກັບ

ຂ່າວ/ບົດ​ອື່ນ