ຄວາມ​ພິບໄຫ​ວ ແລະ ຄວາມຕັດ​ສິນ​ໃຈ​ແມ່ນ​ປັດ​ໄຈ​ເຮັດ​ໃຫ້​ຫວຽດ​ນາມ​ຄວບ​ຄຸມ​​ໂລກ​ລະ​ບາດໄດ້​ເປັນ​ຢ່າງ​ດີ

(VOVWORLD) - ຜົນສຳເລັດຂອງຫວຽດນາມໃນບັ້ນຕໍ່ສູ້ຕ້ານໂລກລະບາດCovid – 19 ສືບຕໍ່ໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນ ໃນຂະນະທີ່ໜັງສືພິມເອເລັກໂຕນິກ ABC news ຂອງອົດສະຕາລີໃນມືນີ້ໄດ້ເອົາລົງບົດຂຽນຢັ້ງຢືນວ່າ ຄວາມພິບໄຫວ ແລະ ຕັດສິນໃຈແມ່ນປັດໄຈເຮັດໃຫ້ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດໂດຍເປັນຢ່າງດີ.
ຄວາມ​ພິບໄຫ​ວ ແລະ ຄວາມຕັດ​ສິນ​ໃຈ​ແມ່ນ​ປັດ​ໄຈ​ເຮັດ​ໃຫ້​ຫວຽດ​ນາມ​ຄວບ​ຄຸມ​​ໂລກ​ລະ​ບາດໄດ້​ເປັນ​ຢ່າງ​ດີ - ảnh 1ຄວາມພິບໄຫວ ແລະ ຄວາມຕັດສິນໃຈແມ່ນປັດໄຈເຮັດໃຫ້ຫວຽດນາມຄວບຄຸມໂລກລະບາດໄດ້ເປັນຢ່າງດີ 

ບົດຂຽນໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ ABC New ໃນວັນທີ 13 ພຶດສະພາ, ຢັ້ງຢືນວ່າ ຫວຽດນາມບັນລຸໄດ້ຜົນສຳເລັດທີ່ເກີດປະທັບໃຈໃນການຕໍ່ສູ້ຕ້ານໂລກລະບາດ Covid – 19 ໃນສະພາວະການແມ່ນປະເທດທີ່ມີເສັ້ນຊາຍແດນຍາວຕິດກັບຈີນ ແຕ່ວ່າມາຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອພຽງບໍ່ຮອດ 300 ຄົນ ແລະ ບໍ່ມີຜູ້ໃດເສຍຊີວິດ.

        ໜັງສືພິມເອເລັກໂຕນິກ ABC New ຂອງ ອົດສະຕາລີກໍ່ໃຫ້ຂໍ້ສັງເກດວ່າ, ໜຶ່ງໃນບັນດາປັດໄຈສ້າງໃຫ້ມີຜົນສຳເລັດຂອງຫວຽດນາມໃນບັ້ນຕໍ່ສູ້ຕ້ານໂລກລະບາດ Covid – 19 ແມ່ນຍຸດທະສາດໂຄສະນາເຜີຍແຜ່ເຖິງປະຊາຊົນແຕ່ລະຄົນ. ບົດຂຽນໄດ້ສະຫຼຸບດ້ວຍການຄັດສະເໜີຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂດຍຢັ້ງຢືນວ່າ “ປັດຈຸບັດ, ຄວາມສ່ຽງກ່ຽວກັບໂລກລະບາດ Covid – 19 ຢູ່ ຫວຽດນາມພວມຢູ່ໃນລະດັບຕ່ຳ ແລະ ນີ້ແມ່ນສັນຍານທີ່ດີ” ແຕ່ວ່າລັດຖະບານ ຫວຽດນາມຍັງຮຽກຮ້ອງໃຫ້ປະຊາຊົນຕ້ອງຍົກສູງສະຕິລະວັງຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ