ຄວາມພະຍາຍາມກອບກູ້ຂໍ້ຕົກລົງທັນຍາພຶດທະເລດຳ ຈະສືບຕໍ່ໄດ້ດຳເນີນໃນຊຸມວັນຈະມາເຖິງ

(VOVWORLD) - ກ່ອນໜ້ານັ້ນ, ລັດເຊຍ ໄດ້ນາບຂູ່ວ່າ ຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນວັນທີ 18 ພຶດສະພາ ຈະມາເຖິງ ຍ້ອນບັນດາສິ່ງກີດຂວາງສຳລັບທັນຍາພຶດ ແລະ ຝຸ່ນເຄມີຂອງປະເທດນີ້.
ຄວາມພະຍາຍາມກອບກູ້ຂໍ້ຕົກລົງທັນຍາພຶດທະເລດຳ ຈະສືບຕໍ່ໄດ້ດຳເນີນໃນຊຸມວັນຈະມາເຖິງ - ảnh 1ກຳປັ່ນສົ່ງອອກທັນຍາພຶດ
(ພາບ: TTXVN)

        ວັນທີ 15 ພຶດສະພາ, ທ່ານ Martin Griffiths, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ກູ້ໄພກູ້ຊີບສຸກເສີນ ຢືນຢັນວ່າ, ບັນດາຄວາມມານະພະຍາຍາມຈະສືບຕໍ່ໄດ້ຍູ້ແຮງໃນຊຸມມື້ຈະມາເຖິງ ເພື່ອຕໍ່ກຳນົດເວລາຂໍ້ຕົກລົງອະນຸຍາດສົ່ງອອກທັນຍາພຶດຂອງ ຢູແກຼນ ທີ່ປອດໄພຜ່ານທະເລດຳ. ກ່ອນໜ້ານັ້ນ, ລັດເຊຍ ໄດ້ນາບຂູ່ວ່າ ຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນວັນທີ 18 ພຶດສະພາ ຈະມາເຖິງ ຍ້ອນບັນດາສິ່ງກີດຂວາງສຳລັບທັນຍາພຶດ ແລະ ຝຸ່ນເຄມີຂອງປະເທດນີ້. ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບ ຢູແກຼນ, ທ່ານ Martin Griffiths ຖືວ່າ, ເລື່ອງສືບຕໍ່ປະຕິບັດຂໍ້ລິເລີມທະເລດຳແມ່ນສຳຄັນທີ່ສຸດ, ກໍຄືບັນດາຄຳໝັ້ນສັນຍາຂອງຝ່າຍຕ່າງໆຈະປະຕິບັດຂໍ້ລິເລີ່ມນີ້ຢ່າງມີປະສິດທິຜົນ. ໃນຊຸມອາທິດມໍ່ໆມານີ້, ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງເປີດກວ້າງຂໍ້ລິເລີ່ມທະເລດຳ ແລະ ບັນດາການດັດປັບທີ່ຈຳເປັນເພື່ອໃຫ້ຂໍ້ລິເລີ່ມເຄື່ອນໄຫວຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ