ຄວາມມຸ້ງຫວັງຂອງ ປະຊາຊົນໃນໂອກາດປີໃໝ່

ຄວາມມຸ້ງຫວັງຂອງ ປະຊາຊົນໃນໂອກາດປີໃໝ່ - ảnh 1

(ພາບປະກອບ:vietbao.vn)

(vovworld) -  ​​ໃນ​ວັນ​ທຳ​ອິດ​ຂອງ​ປີ​ໃໝ່ມະ​ເສ​ງ 2013, ປະຊາຊົນ​ຫວຽດນາມ ໝົດ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມຫວັງວ່າ: ປີ​ໃໝ່​ຈະມີ​​ແຕ່ຄວາມ​ໂຊກ​ດີ, ຜາສຸກ. ​ໃນ​ໂອກາດ​ປີ​ໃໝ່, ​ຊາວ​ກະສິ​ກອນມີ​ຄວາມ​ຫວັງ​ຢາກ​ໃຫ້​ດິນ​ຟ້າ​ອາກາດ​ເອື້​ອອຳນວຍ​ຄວາມ​ສະດວກ, ລະດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ​ສຳ​ພັດ​ກັບ​ວິທະຍາສາດ​ເຕັກ​ນິກທັນ​ສະ​ໄໝ​ເພື່ອ​ສາມາດສ້າງ​ຄວາມ​ຮັ່ງມີ​ໃນ​ເຂດ​ທົ່ງ​ນາ​ຂອງ​ບ້ານ​ຕົນ. ທ່ານ​ຫງວຽນ​ວັນ​ຕັກ, ​ເມືອງ​ເຈົາ​ແທນ, ​ແຂວງ​ດົງ​ນາຍ ​ໃຫ້​ຮູ້​ວ່າ:

  “ຊາວ​ກະສິກອນ​​ໄດ້ມີ​ການ​ປ່ຽນ​ແປງຈິນຕະນາການ​ແລ້ວ, ໝາຍ​ຄວາມ​ວ່າ​ຕິດ​ພັນ​ກັບ​ວິທະຍາສາດ​ເຕັກນິກ ​ແລະ ມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດ. ຊາວ​ກະສິກອນ​ມີ​ຄວາມ​ຫວັງ​ຢາກ​ໃຫ້ຊີວິດ​ກໍ່​ມີ​ການ​ປ່ຽນ​ແປງ, ພັດທະນາ​ກ້າວ​ຂຶ້ນ

  ​ໃນ​ໂອກາດ​ປີ​ໃໝ່, ຊາວ​ນະຄອນ​ຮ່າ​ໂນ້ຍ ​ແລະ ​ໂຮ່ຈິ​ມິນ ​ເຄີຍ​ເຂົ້າວັດ​ເພື່ອ​ພາວະນາ​ຂໍ​​ໂຊກ​ຂໍ​ລາບ​ໃຫ້​ແກ່​ຄອບຄົວ ​ແລະ ຂໍ​ໃຫ້​ມີ​ບັນດາ​ສິ່ງ​ທີ່​ດີງາມ​ທີ່​ສຸດ​ໃຫ້​ແກ່​ນະຄອນ ​ແລະ ປະ​ເທດ​ຊາດ. ອ້າຍ​ຫງວຽນ​ບາ​ຫາຍ, ຊາວ​ນະ​ຄອນ​ໂຮ່ຈິ​ມິນ ສະ​ແດງ​ວ່າ:

   “ຂ້າພະ​ເຈົ້າພາວະນາ​ຂໍໃຫ້​ປະຊາຊົນ​ນະຄອນ ​ແລະ ທົ່ວ​ປະ​ເທດ​​ໃນ​ໂອກາດ​ປີ​ໃໝ່​ມີ​ແຕ່​ຄວາມ​ມ່ວນ​ຊື່ນ ​ແລະ ສຳ​ເລັດ​ຜົນ. ​ໃນ​ສະພາບ​ການ​ທີ່​ເສດຖະກິດ ​ແລະ ປະ​ເທດ​ຊາດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ແຕ່​ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ໄວ​ໜຸ່ມ​ນະຄອນ​ສູ້​ຊົນ​ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ຢັ້ງຢືນ​ຕົນ​ເອງ, ພ້ອມ​ກັບປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ

ຂ່າວ/ບົດ​ອື່ນ