ຄວາມວິຕົກກັງວົນກ່ຽວກັບສະພາບການກ່ຽວຂ້ອງເຖິງການຍິງດາວທຽມຂອງ ສປປ.ເກົາຫຼີ

ຄວາມວິຕົກກັງວົນກ່ຽວກັບສະພາບການກ່ຽວຂ້ອງເຖິງການຍິງດາວທຽມຂອງ ສປປ.ເກົາຫຼີ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi

( vovworld ) –  ວັນ​ທີ 13/4,​​ເມື່ອ​ຕອບ​ສຳພາດ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ເລື່ອງທີ່​ສປປ.​ເກົາຫຼີ ຍິງ​ດາວ​ທຽ​ມ Kwangmyongsong-3,​​ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi ຊີ້​ແຈງ​ວ່າ, ຫວຽດນາມ ຍາມ​ໃດກໍປາດ​ຖະໜາວ່າ​​ແຫຼມ.​ເກົາຫຼີ​ ມີສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ. ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​​ສະພາບ​ການ​ທີ່ກ່ຽວຂ້ອງ​ເຖິງ​ເລື່ອງຍິງ​ດາວ​ທຽມຂອງ​ສປປ.​ເກົາຫຼີ ​ຜ່ານ​ມາ. ພວກ​ຂ້າພະ​ເຈົ້າ​ເນັ້ນ​ໜັກອີກ​ຄັ້ງ​ໜື່ງ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ປະຕິບັດບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ງຄົງ​ສະຫະ​ປະຊາ​ຊາດ​ຢ່າງ​ຄັ້ມງວດ, ພິ​ເສດ​ແມ່ນ​ມະຕິ​ເລກທີ 1874 ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຫວຽດນາມ ສືບ​ຕໍ່​ເອົາ​ໃນ​ໃສ່ ​ແລະ ຕິດຕາມ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ