ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ກຳ​ລັງ ເຮ​ໂບ​ລາ ຢູ່ ລີ​ບັງ ກັບ ອິດ​ສະ​ຣາ​ແອັນ

(VOVWORLD) - ຕາມແຈ້ງການຈາກກຳລັງປ້ອງກັນຕົວ ອິດສະຣາແອັນ (IDF), ວັນທີ 28 ກໍລະກົດ, ເຂດພາກເໜືອຂອງ ອິດສະຣາແອັນ, ໃນນັ້ນ ມີເຂດພູສູງ Golan ໄດ້ຖືກຍິງທຳລາຍຢ່າງດຸເດືອດຈາກ ລີບັງ.

ໃນນັ້ນ, ຢູ່ເດີ່ນເຕະບານແຫ່ງໜຶ່ງຢູ່ເທດສະບານ Druze Majdal Shams ໄດ້ຖືກ rocket ຍິງໃສ່ ຢ່າງໜ້ອຍສຸດ 1 ລູກ ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ແລະ ຜູ້ຖືກບາດເຈັບ 19 ຄົນ. IDF ໃຫ້ຮູ້ວ່າ ມີຫຼັກຖານຢັ້ງຢືນວ່າກຸ່ມປະກອບອາວຸດ ເຮໂບລາ ໄດ້ຍິງ rocket ຈາກ Chebaa, ໝູ່ບ້ານແຫ່ງໜຶ່ງຢູ່ພາກໃຕ້ ລີບັງ. ຫຼັງຈາກນັ້ນ, ລັດຖະບານ ອິດສະຣາແອັນ ໄດ້ອອກຖະແຫຼງການຢ່າງຕິດຕໍ່ກັນວ່າ ຈະດຳເນີນບັ້ນການທະຫານເພື່ອໂຕ້ຕອບຄືການກະທຳຂອງ ເຮໂບລາ. ເຖິງຢ່າງໃດກໍຕາມ, ເຮໂບລາ ໄດ້ປະຕິເສດທຸກເຫດການທີ່ກ່ຽວຂ້ອງເຖິງການບຸກໂຈມຕີດັ່ງກ່າວ.

        ເຫດບຸກໂຈມຕີ ໄດ້ເພີ່ມທະວີຄວາມວິຕົກກັງວົນສາກົນ ກ່ຽວກັບສະພາບການໃຊ້ຄວາມຮຸນແຮງທີ່ອາດຈະແຜ່ລາມອອກສູ່ວົງກວ້າງຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ