ຄວາມສາມັກຄີສູ້ຮົບ ລະຫວ່າງກອງທັບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ

ຄວາມສາມັກຄີສູ້ຮົບ ລະຫວ່າງກອງທັບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ຫວຽດນາມ - ລາວ, ລາວ - ຫວຽດນາມ
(ພາບ: vietnamplus.vn)


(vovworld) -     ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼ​ອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ລາວ (5/9/1962 – 5/9/2012), 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ ​ແລະ ການ​ຮ່ວມ​ມືຫວຽດນາມ - ລາວ, ລາວ - ຫວຽດນາມ ​ແລະ ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີມິດຕະພາບຫວຽດນາມ - ລາວ, ວັນ​ທີ 9/11, ທີ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ປ້ອງ​ກັນປະ​ເທດ​ຫວຽດນາມ ​ແລະ ລາວ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຄວາມສາມັກຄີ​ສຳພັນທະ​ມິດສູ້​ຮົບ​ພິ​ເສດ​ລະ​ຫວ່າງກອງທັບ​ສອງ​ປະ​ເທດຫວຽດນາມ - ລາວ, ລາວ - ຫວຽດນາມ - ພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດຮຽນ​ປະ​ຫວັດ​ສາດ”. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຢືນຢັນ​ແຜນ​ນະ​ໂຍບາຍ, ​ແນວທາງ​ສາມັກຄີ​ສຳພັນທະ​ມິດສູ້​ຮົບພິ​ເສດ​ລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ​ໃນ​ການ​ຕໍ່ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ຈັດ​ກະ​ພັດ​ອາ​ເມ​ລິ​ກາ ​ໂດ​ບ​ເລີ່​ມມາ​ຈາກ​ພຶດຕິ​ກຳ​ຕົວ​ຈິງ​ພາວະ​ວີ​ໄສ​ຂອງ​ປະຫວັດສາດ; ຢືນຢັນ​ການ​ຊີ້​ນຳ, ນຳພາ​ອັນ​ຖືກຕ້ອງ​ຂອງ​ພັດ, ລັດຖະບານ, ​​ເຊິ່ງໂດຍ​ກົງ​ແມ່ນ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ທີ່​ມີ​ຕໍ່​ສຳພັນ​ທະ​ມິດສູ້​ຮົບ​ພິ​ເສດ​ລະ​ຫວ່າງກອງທັບ​ສອງ​ປະ​ເທດ; ຊີ້​ແຈ້ງ​ວິວັດ​ການສຳພັນທະ​ມິດສູ້​ຮົບ, ສົມທົບ​ກັນ​ສູ້​ຮົບ, ນ້ຳ​ໃຈຕັດສິນ​ໃຈຕໍ່ສູ້, ຍາດ​ເອົາ​​ໄຊຊະນະ, ​ເຈັດ​ຈຳນົງ, ມາລະ​ຈິດ ​ແລະ ຫົວຄິດ​ປະດິດ​ສ້າງ; ຖອດ​ຖອນ​ບັນດາ​ບົດຮຽນ​ເພື່ອ​ແນ​ໃສ່​ຮັກສາ, ນຳ​ໃຊ້ ​ແລະ ​ເສີມ​ຂະຫຍາຍ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ສອງ​ຊາດ ປະກອບສ່ວນ​ເພີ່ມ​ທະວີ​ວຽກ​ງານ​ປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຊຸກຍູ້​ວິວັດ​ການ​ເຊື່ອມ​ໂຍງ​​ກັບພາກ​ພື້ນ ​ແລະ ໂລກ​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ