ຄວາມສາມາດບົ່ມຊ້ອນການຮ່ວມມືດຳເນີນທຸລະກິດລະຫວ່າງຫວຽດນາມແລະລາຊະອານາຈັກອັງກິດ

ຄວາມສາມາດບົ່ມຊ້ອນການຮ່ວມມືດຳເນີນທຸລະກິດລະຫວ່າງຫວຽດນາມແລະລາຊະອານາຈັກອັງກິດ - ảnh 1
ການ​ພົບ​ປະ​ສົນທະນາ “ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດຳ
​ເນີນ​ທຸລະ​ກິດ​ລະຫວ່າງ ຫວຽດນາມ ​ແລະ ລາຊະ​ອານາ​ຈັດ​ອັງກິດ”
(ພາບ: ອິນເຕີແນັດ)

(vovworld) –  ​ ​ເນື່ອງ​ໃນ​ໂອກາດ​ອົງ​ມົງກຸດລາຊະ​ກຸມມານ​ແຄ້ວ​ນ York - ​ເຈົ້າ​ຊາຍ​ອັງກິດ Andrew ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 16/11 ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ອັງກິດ ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ “ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ ຫວຽດນາມ ​ແລະ ລາຊະ​ອານາ​ຈັດ​ອັງກິດ”. ນະ​ທີ່​ນີ້​ລົບ, ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຫລາຍ​ແຫ່ງ​ຫວັງ​ວ່າ: ບັນດາ​ວິ​ສາ​ຫະກິດ ອັງກິດ ​ແບ່ງປັນ​ບົດຮຽນ​ ກໍ​ຄື​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​​ເລີ່​ມດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ອົງ​ມົງກຸດລາຊະ​ກຸມມານ​ແຄ້ວ​ນ York - ​ເຈົ້າ​ຊາຍ​ອັງກິດ Andrew ​ໃຫ້​ຮູ້​ວ່າ: ບໍ່​ພຽງ​ແຕ່​ນຳ​​​ເອົາເຕັກ​ໂນ​ໂລ​ຢີສູງ​ມາ ຫວຽດນາມ ​ເທົ່ານັ້ນ, ບັນດາ​ວິ​ສາ​ຫະກິດ ອັງກິດ ຈະ​ຍູ້​ແຮງ​ການ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​​ເລີ່​ມດຳ​ເນີນ​ທຸລະ​ກິດ, ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດນ້ອຍ ຫວຽດນາມ. ​ໂດຍ​ລະອຽດ​ແມ່ນ​ກ່ຽວ​ກັບ​ບົດຮຽນ, ​ເຕັກ​ໂນ​ໂລ​ຢີ, ກໍ​ຄື​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ດ້ານ​ສຶກສາ, ສິ່ງ​ແວດ​ລ້ອມ ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ