ຄວາມສາມາດບົ່ມຊ້ອນຂອງເສດຖະກິດ ຫວຽດນາມ ຈະນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ວິສາຫະກິດ ຍີ່ປຸ່ນ

(VOVWORLD) - ຕອນບ່າຍວັນທີ 2 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບເຈົ້າແຂວງໆ Saitama (ປະເທດ ຍີ່ປຸ່ນ) Kiyoshi Ueda ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ຄວາມສາມາດບົ່ມຊ້ອນຂອງເສດຖະກິດ ຫວຽດນາມ ຈະນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ວິສາຫະກິດ ຍີ່ປຸ່ນ - ảnh 1 ເຈົ້າແຂວງ Kiyoshi Ueda ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ຫວຽດນາມ ແລະ ຍີ່ປຸ່ນ ຄວນສ້າງເງື່ອນໄຂຫຼາຍທີ່ສຸດເພື່ອປະຊາຄົມວິສາຫະກິດ 2 ຝ່າຍເຊື່ອມຕໍ່ການລົງທຶນ, ດຳເນີນທຸລະກິດຜ່ານບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ແຮງງານ. ທ່ານປະທານປະເທດ ຖືວ່າ, ປະຈຸບັນ, ແມ່ນຈຸດເວລາສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເວົ້າລວມ ແລະ ວິສາຫະກິດແຂວງ Saitama ເວົ້າສະເພາະລົງທຶນເຂົ້າ ຫວຽດນາມ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງເສດຖະກິດ ຫວຽດນາມ ຈະນຳມາເຊິ່ງກາລະໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ. ສ່ວນທ່ານ Kiyoshi Ueda ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ແຂວງ Saitama ຈະສືບຕໍ່ໜູນຊ່ວຍຕັ້ງໜ້າໃຫ້ແກ່ບັນດາວິສາຫະກິດ ທ້ອງຖິ່ນລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນຂອງທ່ານປະທານປະເທດ ຫວຽດນາມ ແລະ ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ເພື່ອໃຫ້ວິສາຫະກິດຂອງແຂວງ ເປີດກ້ວາງການລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ