ຄວາມສາມາດບົ່ມຊ້ອນຮ່ວມມືດ້ານວິທະຍາສາດເຕັກໂນໂລຊີຫວຽດນານ-ອາຟີກາໃຕ້

ຄວາມສາມາດບົ່ມຊ້ອນຮ່ວມມືດ້ານວິທະຍາສາດເຕັກໂນໂລຊີຫວຽດນານ-ອາຟີກາໃຕ້ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​​ຕ້ອນຮັບ
​ທ່ານ​ນາງ Grace Nadeli Mandisa Pandor
(ພາບ: VGP/NguyenLinh)

(vovworld) -  ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ ອາ​ຟີ​ກາ​ໃຕ້ ຢ່າງ​ເປັນ​ທາງ​ການຂອງຄະນະ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ນຳ​ໜ້າ, ​ໃນ​ວັນ​ທີ 2/8 ຢູ່​ນະຄອນຫລວງ Pretoria, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Grace Nadeli Mandisa Pandor ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ອາ​ຟີ​ກາ​ໃຕ້ ​ແລະ ​ເປັນ​ສັກຂີ​ພິຍາມ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນ​ໃໝ່​ລະຫວ່າງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ກັບກະຊວງວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ອາ​ຟີ​ກາ​ໃຕ້. ທີ່​ການ​ຕ້ອນຮັບ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ອາ​ຟີ​ກາ​ໃຕ້ ທ່ານນາງ Grace Nadeli Mandisa Pandor, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຕີ​ລາຄາ​ສູງ​​ເລື່ອງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ 2 ປະ​ເທດ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນ​ໃໝ່, ທ່ານ​ຖື​ວ່າ: ບົດ​ບັນທຶກ​ຊ່ວຍ​ຈຳ​ຈະ​ສ້າງ​ພື້ນຖານ​ເພື່ອ 2 ປະ​ເທດ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັມ​ໄປ​ດ້ວຍຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້. ​ແລະ​ກໍ່ໃນ​ວັນ​ດຽວ​ກັນ​, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​​ໄດ້​ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ອາ​ຟີ​ກາ​ໃຕ້ ​ແລະ ປະ​ຊາ​ຄົມ​ຊາວ ຫວຽດນາມ ພວມ​ປະຕິບັດ​ງານ, ດຳລົງ​ຊີວິດ​ຢູ່ ອາ​ຟີ​ກາ​ໃຕ້.

ຂ່າວ/ບົດ​ອື່ນ