ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ໂອ​ມານ​ຍັງ​ໃຫຍ່ຫຼວງ​ທີ່​ສຸດ

(VOVWORLD) -ລັດຖະມົນຕີສອງທ່ານກໍ່ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຫຼາຍມາດຕະການເພື່ອປັບປຸງ ແລະ ຍົກສູງປະສິດທິຜົນໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງຄື: ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສ...
ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ໂອ​ມານ​ຍັງ​ໃຫຍ່ຫຼວງ​ທີ່​ສຸດ - ảnh 1ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນໂອ້ລົມສົນທະນາທາງໂທລະສັບ ກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາຊະອານາຈັກໂອມານ Sayyid Badr bin Hamad bin Hamood Al Busaidi (ພາບ: Baoquocte.vn)

ທີ່ການໂອ້ລົມສົນທະນາທາງໂທລະສັບລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາຊະອານາຈັກໂອມານ Sayyid Badr bin Hamad bin Hamood Al Busaidi ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 22 ມິຖຸນາ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ຄວາມສາມາດບົ່ມຊ້ອນໃນການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ໂອມານຍັງໃຫຍ່ຫຼວງທີ່ສຸດ, ພິເສດແມ່ນໃນຂົງເຂດ: ເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ກະສິກຳ, ສິນໃນນ້ຳ, ທ່າກຳປັ່ນ… ລັດຖະມົນຕີສອງທ່ານກໍ່ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຫຼາຍມາດຕະການເພື່ອປັບປຸງ ແລະ ຍົກສູງປະສິດທິຜົນໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງຄື: ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສ, ອົງການຈັດຕັ້ງສາກົນ, ຮັກສາ ກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງເປັນປະຈຳ ແລະ ມີປະສິດທິຜົນ, ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ…

ຕອບກັບ

ຂ່າວ/ບົດ​ອື່ນ