ຄວາມສາມາດບົ່ມຊ້ອນໃນການເຕີບໂຕເສດຖະກິດດີຈີຕອນຢູ່ຫວຽດນາມ

(VOVWORLD) -ການຄ້າເອເລັກໂຕນິກເຊິ່ງ Euromonitor International ຄາດວ່າກວມເອົາພຽງ 3% ຕະຫຼາດຂາຍຍ່ອຍຂອງຫວຽດນາມ ໃນປີ 2020
ຄວາມສາມາດບົ່ມຊ້ອນໃນການເຕີບໂຕເສດຖະກິດດີຈີຕອນຢູ່ຫວຽດນາມ - ảnh 1(ພາບປະກອບ: TTXVN)

ວັນທີ 02 ມິຖຸນາ, ເວັບໄຊ bnnbloombere.ca ໃຫ້ຂໍ້ສັງເກດວ່າ ການຄ້າເອເລັກໂຕນິກເຊິ່ງ Euromonitor International ຄາດວ່າກວມເອົາພຽງ 3% ຕະຫຼາດຂາຍຍ່ອຍຂອງຫວຽດນາມ ໃນປີ 2020 - ລະດັບຕ່ຳສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ແຕ່ຄວາມສາມາດບົ່ມຊ້ອນໃນການເຕີບໂຕຂອງຂົງເຂດນີ້ແມ່ນເປັນໜ້າສົນໃຈທີ່ສຸດ.  ຕາມການຄົ້ນຄວ້າຂອງ Google ແລ້ວ, ມູນຄ່າພື້ນຖານເສດຖະກິດດີຈີຕອນຂອງຫວຽດນາມ ໄດ້ຮັບການຄາດຄະເນວ່າຈະເພີ່ມຂຶ້ນ 52 ຕື້ USD ໃນປີ 2025, ເພີ່ມຂຶ້ນປະມານ 29% ເມື່ອທຽບໃສ່ປີ 2020.

        ການຄົ້ນຄວ້າຂອງ Google, Temasek ແລະ Bain ໃຫ້ຮູ້ວ່າ: ຫວຽດນາມ ພວມຢູ່ໃນໄລຍະທຳອິດທີ່ກາຍເປັນສັງຄົມດີຈີຕອນ ດ້ວຍຈຳນວນພົນລະເມືອງໜຸ່ມທີ່ມັກຮັກການນຳໃຊ້ເຕັກໂນໂລຊີ. ຍ້ອນເຫດນັ້ນ, ບັນດາບໍລິສັດພວມແກ່ງແຍ້ງສະໜອງບັນດາການບໍລິການດັ່ງກ່າວ.

        ກຸ່ມບໍລິສັດຂອງ Alibaba Group Holding Ltd. ແລະ Baring Private Equity Asia ພວມລົງທຶນຈຳນວນເງິນ 400 ລ້ານ USD ໃນສາຂາຂາຍຍ່ອຍຂອງບໍລິສັດ Masan Group ຢູ່ຫວຽດນາມ.

        Tiki ແມ່ນເວັບໄຊການຄ້າເອເລັກໂຕນິກໃຫຍ່ສຸດຂອງຫວຽດນາມ ໃນຈຳນວນເວັບໄຊຊື້-ຂາຍທາງອອນລາຍທີ່ພວມເຄື່ອນໄຫວຢູ່ຫວຽດນາມ. ຕາມ Crunchbase ແລ້ວ, ບັນດານັກລົງທຶນໄດ້ລົງທຶນໃຫ້ Tiki ຈຳນວນເງິນ 192,5 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ