ຄວາມສາມາດເຊື່ອມຕໍໍ່ແຫຼ່ງສະໜອງ ອາຍແກດລະຫວ່າງ Tuocmenixtan – Ucraina

ຄວາມສາມາດເຊື່ອມຕໍໍ່ແຫຼ່ງສະໜອງ ອາຍແກດລະຫວ່າງ Tuocmenixtan – Ucraina - ảnh 1
ພາບປະກອບ ຈາກອີນເຕີເນັດ

(vovworld) - ຕອນ​ຄ່ຳ​ວັນ​ທີ 12/3, ​ປະທານາທິບໍດີ  Tuocmenixtan ​ທ່ານ Gurbanguly Berdymuhamedov ​ໄດ​້​ໄປ​ຍັງ Kiev ​ເພື່ອຢ້ຽມຢາມ Ucraina ຢ່າງ​ເປັນ​ທາງ​ການ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 10 ປີ​ເພື່ອ​ແນ​ໃສ່​ຊອກ​ຫາ​ຄວາມ​ສາມາດ​ເຊື່ອມ​ຕໍ່​ແຫຼ່ງສະໜອງ​ອາຍ​ແກ​ດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ອຸດສາຫະກຳ, ການກໍ່ສ້າງ ​ແລະ ​ຂົງ​ເຂ​ດອື່ນ. ຕາມ​ແຜນ​ການ​ແລ້ວ, ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Viktor Yanukovich ຈະ​ເຈລະຈາ ​ແລະ ລົງ​ນາມ​ໃນ​ແຈ້ງ​ການ​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ບັນ​ດາ​ສັນຍາ​ຮ່ວມ​ມື​ລະ​ຫວ່າງ​ລັດຖະບານ ​ແລະ ລະຫວ່າງ​ຂະ​ແໜງ​ກ່ຽວ​ກັບ​ເສດຖະກິ​ດ -  ການ​ຄ້າ​ໄລຍະ 2012 – 2015, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ສາທາລະນະ​ສຸກ, ກິລາ.​.​.​ ກັບ​ທ່ານ​ປະທານາທິບໍດີ Berdymuhamedov. ປະຈຸ​ບັນ, Tuocmenixtan ມີ​ໂຮງງານ​ຮ່ວມ​ທຸລະ​ກິດ​ກັບ Ucraina 29 ​ແຫ່ງ, ພ້ອມ​ກັນ​ນັ້ນ, 2 ຝ່າຍພວມ​ປະຕິບັດ 63 ​ໂຄງການ​ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 4 ຕື້​​ເອີ​ໂຣ. ພາຍຫຼັງ Tuocmenixtan ຢຸດຕິ​ການ​ສະໜອງ​ອາຍ​ແກ​ດ​ໃຫ້​ແກ່ Ucraina ​ເມື່ອ​ທ້າຍ​ປີ 2005, ວົງ​ເງິນ​ແລກປ່ຽນ​ສິນຄ້າ​ລະຫວ່າງ 2 ປະ​ເທດ​ຫຼຸດ​ແຕ່ 4 ຕື້ USD ລົງ​ເຫຼືອ​ພຽງ​ປະມານ 400 ລ້ານ USD/ປີ.

ຂ່າວ/ບົດ​ອື່ນ