ຄວາ​ມຫວັງກ່ຽວ​ກັບ ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​​ຊົນ​ເຜົ່າ​ສ່ວນ​ໜ້ອຍຈະ​ ເຂົ້າ​ສູ່​ການ​ດຳ​ລົງ​ຊີ​ວິດ​ຕົວ​ຈິງ

(VOVWORLD) -ທ່ານ ເຮີ ຢາງ ເນີຍ ຜູ້ຕາງໜ້າຊາວໜຸ່ມແຂວງດັກລັກ, ເລຂາຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຕັ້ງຄວາມຫວັງວ່າ, ກອງປະຊຸມໃຫຍ່ຂອງພັກຄັ້ງນີ້ ຈະເອົາໃຈໃສ່ຕໍ່ໄວໜຸ່ມໃຫ້ຫຼາຍກ່ວາອີກ
ຄວາ​ມຫວັງກ່ຽວ​ກັບ ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​​ຊົນ​ເຜົ່າ​ສ່ວນ​ໜ້ອຍຈະ​ ເຂົ້າ​ສູ່​ການ​ດຳ​ລົງ​ຊີ​ວິດ​ຕົວ​ຈິງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງຢື້ຢາມຖາມຂ່າວ ຊາວຊົນເຜົ່າສ່ວນໜ້ອຍຢູ່ດັກລັກ

ພ້ອມກັບປະຊາຊົນໃນທົ່ວປະເທດ, ປະຊາຊົນ ດັກລັກ ມີຄວາມເຊື່ອໝັ້ນຕໍ່ແນວທາງລັດຖະນະໂຍບາຍຢ່າງຖືກຕ້ອງຂອງພັກ ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ທີ່ຈະມາເຖິງ. ທ່ານ ເຮີ ຢາງ ເນີຍ ຜູ້ຕາງໜ້າຊາວໜຸ່ມແຂວງດັກລັກ, ເລຂາຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຕັ້ງຄວາມຫວັງວ່າ, ກອງປະຊຸມໃຫຍ່ຂອງພັກຄັ້ງນີ້ ຈະເອົາໃຈໃສ່ຕໍ່ໄວໜຸ່ມໃຫ້ຫຼາຍກ່ວາອີກ, ໂດຍສະເພາະແມ່ນໄວໜຸ່ມຢູ່ເຂດຊາວຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ, ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກ ເພື່ອ ໃຫ້ສະມາຊິກຄະນະຊາວໜຸ່ມມີເງື່ອນໄຂຮ່ຳຮຽນ, ເຂົ້າຮ່ວມການເສີມຂະຫຍາຍກຳລັງພູມປັນຍາ ປະກອບສ່ວນເຂົ້າໃນການຮັດແຄບໄລຍະຫ່າງລະຫວ່າງເຂດ. ທ່ານກ່າວວ່າ:

ຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຈະມີບັນດາລັດຖະນະໂຍຍາຍທີ່ເໝາະສົມເພື່ອໃຫ້ ລຸ້ນໜຸ່ມເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງເພື່ອເຂົ້າຮ່ວມບັນດານະໂຍບາຍພັດທະນາເສດຖະກິດສັງຄົມ ຢູ່ບັນດາບໍລິເວນ ແລະ ເຂດພາກ. ໃນນັ້ນ ພວກຂ້າພະເຈົ້າປາດຖະໜາຈະໄດ້ເຂົ້າຮ່ວມນະໂຍບາຍພັດທະນາເສດຖະກິດຢູ່ໝູ່ບ້ານ, ເຂດຊາວຊົນເຜົ່າສ່ວນໜ້ອຍ ຢ່າງເລິກເຊິ່ງ ແລະ ແຮງໃນອາຍຸການຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ