ຄວາມ​ຫວັງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວາ​ລະການ​ຊັກ​ຖາມ​ລັດ​ຖະ​ມົນ​ຕີ 4 ທ່ານ

(VOVWORLD) -ວັນທີ 6 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ XIV, ເລີ່ມຕົ້ນລາຍການ ຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. 
ຄວາມ​ຫວັງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວາ​ລະການ​ຊັກ​ຖາມ​ລັດ​ຖະ​ມົນ​ຕີ 4 ທ່ານ - ảnh 1ກອງປະຊຸມສະໄໝສາມັນຄັ້ງທີ 8 ສະພາແຫ່ງຊາດຊຸດທີ XIV (ພາບ: VGP) 

ໃນລະຫວ່າງວັນທີ 6 – 8 ພະຈິກ, ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມຕໍ່ສະພາແຫ່ງຊາດລວມມີ: ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເລວິງເຕິນ ລັດຖະມົນຕີກະຊວງ ພາຍໃນ ແລະ ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ. ຢູ່ນອກກອງປະຊຸມ, ສະພາແຫ່ງຊາດ, ບັນດາສະມາຊິກຕັ້ງຄວາມຫວັງວ່າ ວາລະຊັກຖາມຈະດຳເນີນໄປດ້ວຍຈິດໃຈສັດຊື່ບໍລິສຸດກົງໄປກົງມາ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາທີ່ພວມເກີດຂຶ້ນໃນປັດຈຸບັນ ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງສະມາຊິກສະພາແຫ່ງຊາດ ແລະ ຜູ້ທີ່ມີສິດເລືອກຕັ້ງ.

        ທ່ານເຈິ່ນວັນໝາວ, ສະມາຊິກສະພາແຫ່ງຊາດແຂວງເງະອານໃຫ້ຮູ້ວ່າ:

        ຂ້າພະເຈົ້າສົນໃຈທີ່ສຸດເຖິງວິທີການເຮັດໃຫ້ ກົງຈັກການບໍລິຫານກະທັດຮັດ, ການຍົກສູງປະສິດທິພາບ, ປະສິດທິຜົນຂອງບັນດາອົງການລັດນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນຂອງ 2 ກຸ່ມສິດອຳນາດແມ່ນ ອົງການທີ່ມີສິດອຳນາດ ແລະ ອົງການບໍລິຫານຂອງລັດ.

        ມີສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ສົນໃຈເຖິງການປ່ຽນແປງໃໝ່ຂອງສະພາແຫ່ງຊາດກ່ຽວກັບຮູບການ ແລະ ເນື້ອໃນຂອງການຊັກຖາມ, ໃນນັ້ນມີການຕັ້ງຄຳຖາມ, ການຍົກອອກບັນຫາກັບບັນດາລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານໂດຍກົງ. ບົນພື້ນຖານດັ່ງກ່າວ, ວາລະຊັກຖາມໄດ້ສະຫງວນເວລາສ່ວນຫຼາຍໃຫ້ແກ່ການຊັກຖາມ ແລະ ຖືເອົາເນື້ອໃນການຊັກຖາມເປັນຈຸດສຸມແທນທີ່ໃຫ້ການ ສະຫງວນເວລາໃຫ້ແກ່ການໂຕ້ເວທີລະຫວ່າງບັນດາສະມາຊິກດ້ວຍກັນ.

ຕອບກັບ

ຂ່າວ/ບົດ​ອື່ນ