ຄວາມຫວັງໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

(vovworld)-ຄົນ​ເຈັບ 24 ຄົນ ທີ່​ພວມ​ປິ່ນປົວ​ພະຍາດ​ຢູ່​ສູນ​ລ້າງ​ພິດ​ໃຫ້​ແກ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ - ​ໂຮງໝໍ​ເສນາ​ຮັກ 103 ລ້ວນ​ແຕ່​ມາ​ຈາກ​ດ່າ​ນັ້ງ. ​ເຂົາ​ເຈົ້າ​ແມ່ນ​ບັນດາ​ຄົນ​ເຈ​ັບທຳ​ອິດ​ທີ່​ເຂົ້າ​ຮ່ວມ​ວິວັດ​ການ​ລ້າງ​ພິດ​ໃນ​ຮ່າງກາຍ​ດ້ວຍ​ວິທີ Hubbard. ວິທີ​ດັ່ງກ່າວ​ເຄີຍ​ຖືກ​ນຳ​ໃຊ້​​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​​ໃນ​ມະຫາ​ໄພ Chernobyl (Ukraine) ​ເມື່ອ​ປີ 1986 ສຳ​ເລັດ​ຜົນ. ​ເຊີນ​ເພື່ອນມາ​ຢ້ຽມຢາມ​ສູນ ​ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ວິທີ​ປິ່ນປົວ​ດັ່ງກ່າວ.

        ​ເມື່ອ​ເວົ້າ​ເຖິງ​ການ​ປິ່ນປົວ​ພະຍາດດ້ວຍ​ວິທີ Hubbard. ປະລິຍາ​ເອກ Nguyen Ba Vuong, ​ຢູ່​ສູນ​ລ້າງ​ພິດ​ໃນ​ຮ່າງກາຍໃຫ້​ຮູ້​ວ່າ: ການ​ປິ່ນປົວອິງ​ບົນ​ຫຼັກການ​ລ້າງ​ພິດ​ຜ່ານ​ການ​ລະບາຍ​ເຫື່ອ, ລະລາຍ, ຖ່າຍ​ເທ…

        ”ການ​ປິ່ນປົວ​ດັ່ງກ່າວ​ອີງຕາມ​ວິທີ: ຫັດກາຍ, ອົບ​ນວດ, ​ແລະ ກິນ​ອາຫານ​ທີ່​ເໝາະ​ສ​ົມ, ກ່ອນ​ທີ່​ຈະ​ປິ່ນປົວ​ພະຍາດ​ຕາມ​ວິທີ​ນີ້, ​ເຂົາ​ເຈົ້າ​ຕ້ອງ​ກວດ​ພະຍາດ​ກ່ອນ, ຖ້າ​ຫາກ​ມີ​ພະຍາດ​ຈຳນວນ​ໜຶ່ງ​ຄື ​ໂລກ​ຈິດ, ຜູ້ຍິງ​ຖືພາ, ພະຍາດ​ຕັບ, ບີ​ ​ແມ່ນ​ບໍ່​ສາມາດປິ່ນປົວ​ຕາມ​ວິ​ທີ​ນີ້”.

        ​ໃນ​ແຕ່​ລະ​ມື້, ກ່ອນ​ອື່ນ​ໝົດຄົນ​ເຈັບ 24 ຄົນ ຕ້ອງ​ແລ່ນ​ໃນ​ເວລາ 30 ນາທີ ​ເພື່ອ​ໃຫ້​ເລືອດ​ໝູ​ນວຽນ, ​ແລະ ຮ່າງກາຍ​ເລີ່​ມ​ເຄື່ອນ​ໄຫວ. ຜ່ານ​ນັ້ນ​ທາດ​ພິດ​ໃນ​ຮ່າງກາຍ​ອາດ​ຈະ​ຖືກ​ຖ່າຍ​ເທອອກ​ນອກ. ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​​ເຂົ້າ​ໃນ​ຫ້ອງ ອົບ​ນວດ ​ເພື່ອ​​ກຳຈັດ​ທາດ​ພິດອອກ​ຈາກ​ຮ່າງກາຍ.

ຕາມ​ທ່ານ​ນາງ Dang Huong Giang, ຜູ້ອຳນວຍການຖ່າຍ​ທອດ​ເຕັກນິກ Hubbard ​ຂອງ​ອົງການ ABLE ອາ​ຊີ​ປາຊີ​ຝິກ ແລ້ວ. ​ເບິ່ງ​ຄື​ວ່າ​ວິທີ​ປິ່ນປົວ​ນີ້​ແມ່ນ​ງ່າຍດາຍ, ​ແຕ່​ຄວາມ​ຈິງ​ແລ້ວ ​ເພື່ອ​ປະຕິບັດ​​ໃຫ້​ຖືກຕ້ອງ, ​ຊັດ​ເຈນ​​ພັດ​ບໍ່​ແມ່ນ​ເລື່ອງ​ງ່າຍ.

        ”​ເຕັກນິກ​ປິ່ນປົວ​ນີ້​ແມ່ນ​ງ່າຍດາຍ​ແຕ່ຕ້ອງ​ປະຕິບັດ​ຢ່າງ​ຊັດ​ເຈນຈຶ່ງ​ບັນລຸ​ປະສິດທິ​ຜົນ​ສູງ. ມັນ​ງ່າຍ​ດາຍ​ເພາະວ່າ​ຄົນ​ເຈ​ັບພຽງ​ແຕ່​ນອນ​​ເຕັມ​ເວລາ, ລະບອບກິນ​ດື່ມ​ທຳ​ມະ​ດາ, ມີ​ຜັກ​ແຕ່​ບໍ່​ຕ້ອງຕົ້ມ​ສຸກ​ປານ​ໃດ, ​ແລະ ກິນຢາ vitamin ​ໃນ​ປະລິມານ​ຫຼາຍ ​ໃນ​ນັ້ນ​ບໍ່​ໃຫ້ຂາດ​ vitamin B3, ​ເພາະວ່າ vitamin B3 ຈະ​​ເຮັດ​ໃຫ້​ທາດ​ພິດ​ອອກ​ຈາກ​ເລືອດ ​​ແລ້ວ​ຖ່າຍ​ເທ​ອອກ​ຈາກ​ຮ່າງກາຍ​ຜ່ານ​ທາງນ້ຳ​ເຫື່ອ”

        ປີ  2010, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ /ດີ​ໂອ​ຊິນ ​ໄດ້​ສົມທົບ​ກັບ​ອົງການ ABLE ອາ​ຊີ​ປາຊີ​ຝິກ ໜູນ​ຊ່ວຍ​ການ​ປິ່ນປົວ​ພະຍາດ​ດ້ວຍ​ວິທີ Hubbard  ​ໃຫ້​ຜູ້​ຕິດ​ທາດ​ພິດ​ດີ​ໂອ​ຊິນ 600 ຄົນ​ຢູ່​ແຂວງ ທ້າຍ​ບິ່ງ. ຜ່ານ​ການ​ປິ່ນປົວ​ພະຍາດ, ສຸຂະພາບ​ຂອງ​ຄົນ​ເຈັບ​ເຫຼົ່າ​ນັ້ນ​ກໍ່​ແຂງ​ແຮງ​ກວ່າ​ເກົ່າ. ດັ່ງ​ນັ້ນ​ການ​ສ້າງ​ຕັ້ງ​ສູນ​ລ້າງ​ພິດ​ຂອງ​ໂຮງໝໍ 103 ຕື່ມ​ອີກ ຈະ​ສ້າງ​ເງື່ອນ​ໄຂ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ໃນ​ທົ່ວ​ປະ​ເທດ. 24 ຄົນ​ດັ່ງກ່າວລ້ວນ​ແຕ່​ຖືກ​ຍົກ​ເວັ້ນຄ່າ​ປິ່ນປົວ​ພະຍາດ, ຄ່າ​ກິນ, ຢູ່​ ທັງ​ໝົດ​. ພາຍຫຼັງ​ໄດ້​ຮັບ​ການ​ປິ່ນປົວ​ໃນ​ສູນດັ່ງກ່າວ​ເປັນ​ເວລາ 10 ກວ່າ​ວັນ, ປ້າ Dinh Thi Mai, ອາຍຸ 57 ປີ, ຢູ່ ຕາ​ແສງ ຫາຍ​ເຈົາ, ນະຄອນດ່າ​ນັ້ງ ​ໃດ້ຮູ້​ວ່າ:

        ”ກ່ອນ​ນີ້​ສົ້ນ​ຕີນ ​ແລະ ມື​ຂອງ​ຂ້າພະ​ເຈົ້າ​ແຕກ ​ແລະ ​ແຫ່ງ​ຫ່ຽວ, ​ແຕ່​ປະຈຸ​ບັນບໍ່​​ແຕກ​ອີກ, ​​ເມື່ອ​ອາກາດ​ປ່ຽນ​ແປງ​ຂ້າພ​ະເຈົ້າກໍ່​ບໍ່​ຖືກ​ຄໍ​ອັກ​ເສບຄື​ເກົ່າ, ພະຍາດ​ວີນຫົວ​ກໍ່​ເຊົາ​ແລ້ວ. ທ່ານໝໍ, ນາງ​ພະຍາບານຢູ່​ທີ່​ນີ້​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ທີ່​ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ