ຄວາມຮັກບໍ່ມີພົມແດນ

(VOVWORLD) -ພິທີ “ມອບລາງວັນວັນນະຄະດີແມ່ນ້ຳຂອງ”- Mekong River Literature Award (MERLA) ຄັ້ງທີ 8 ປີ 2017 ຫາກໍ່ດຳເນີນທີ່ສູນວັດທະນະທຳ ໄທ ຢູ່ບາງກອກ. 
ຄວາມຮັກບໍ່ມີພົມແດນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ໄທ ທະນາສັກ ປະຕິມາພາກອນ ມອບລາງວັນໃຫ້ນັກປະພັນວັນນະຄະດີເຈີນເຍືອງ

ຫວຽດນາມ ມີນັກປະພັນວັນນະຄະດີສອງຄົນໄດ້ຮັບລາງວັນ ນັ້ນແມ່ນນັກປະພັນ ກີມກວຽນ ແລະ ນັກປະພັນເຈີນເຍືອງ.

ເຂົ້າຮ່ວມພິທີມອບລາງວັນ MERLA ຄັ້ງທີ 8 ມີນັກປະພັນວັນນະຄະດີກວ່າ 40 ຄົນ ມາຈາກ 6 ປະເທດເຂດແມ່ນ້ຳຂອງ ແລະ ນັກປະພັນວັນນະຄະດີ, ນັກກະວີ, ຜູ້ອ່ານໄທ ພ້ອມກັບນັກສຶກສາຢູ່ບັນດາມະຫາວິທະຍາໄລຢູ່ໄທປະມານ 500 ຄົນ. ກ່າວຄຳເຫັນກ່ອນການມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ໄທ ທະນາສັກ ປະຕິມາພາກອນ ປາດຖະຫນາວ່າ ບັນດາບົດປະພັນວັນນະຄະດີ ຈະແມ່ນຂົວຕໍ່ລະຫວ່າງ ນ້ຳໃຈສາມັກຄີມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ນັບມື້ນັບແຫນ້ນແຟ້ນ ແລະ ເຂັ້ມແຂງ.

“ລາງວັນວັນນະຄະດີແມ່ນ້ຳຂອງ” ແມ່ນອົງການຈັດຕັ້ງວັນນະຄະດີນາໆຊາດຢູ່ພາກພື້ນມີແມ່ນ້ຳຂອງໄຫລຜ່ານ, ມາຮອດປະຈຸບັນ ມີ 6 ປະເທດສະມາຊິກຢ່າງເປັນທາງການ ນັ້ນແມ່ນຫວຽດນາມ, ລາວ, ກຳປູເຈຍ, ໄທ, ມຽນມາ ແລະ ຈີນ. MERLA ຄັ້ງທີ 1 ຖືກຈັດຂຶ້ນເມື່ອປີ 2007 ດ້ວຍຄວາມປາດຖະຫນາວ່າ: ຜ່ານບັນດາບົດປະພັນວັນນະຄະດີ, ປະຊາຊົນບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຈະມີຄວາມເຂົ້າໃຈຫລາຍກວ່າ ກ່ຽວກັບວັດທະນະທຳ, ມະນຸດ, ອະດີດຕະການ ແລະ ປະຈຸບັນຂອງແຕ່ລະປະເທດກວ່າ ເພື່ອພ້ອມກັນສາມັກຄີ, ພັດທະນາ, ເພື່ອສັນຕິພາບ, ວັດທະນາຖາວອນ. 

ຕອບກັບ

ຂ່າວ/ບົດ​ອື່ນ