ຄວາມ​ຮັບຜິດຊອບ​ສັງຄົມ ຂອງວິ​ສາ​ຫະກິດ​ກັບ ຊາ​ວຜູ້​ອອກ​ແຮງ​ງານ

(VOVWORLD) - ກອງປະຊຸມສໍາມະນາ ປະຕິບັດຄວາມຮັບຜິດຊອບສັງຄົມ ຢູ່ວິສາຫະກິດ - ບົດບາດ ແລະ ການເຂົ້າຮ່ວມຂອງຊາວຜູ້ອອກແຮງງານ ໂດຍສະຫະພັນໃຫຍ່ແຮງງານຫວຽດນາມໄດ້ສົມທົບກັບ ອົງການແຮງງານສາກົນ (ILO) ຈັດຕັ້ງຂຶ້ນໃນລະຫວ່າງວັນທີ 13 - 14 ກຸມພາ ຢູ່ນະຄອນ ເກິ່ນເທີ.
ຄວາມ​ຮັບຜິດຊອບ​ສັງຄົມ ຂອງວິ​ສາ​ຫະກິດ​ກັບ ຊາ​ວຜູ້​ອອກ​ແຮງ​ງານ - ảnh 1 (ພາບປະກອບ: VOV)

        ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສໍາມະນາ ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຄື: ຄວາມຫວັງຂອງ ສະຫະພາບເອີຣົບ ແລະ ການປະຕິບັດຄວາມຮັບຜິດຊອບໃນຂະແໜງ ເຟີນີເຈີ ແລະ ສິນໃນນໍ້າຢູ່ຫວຽດນາມ; ບົດບາດຂອງອົງການຈັດຕັ້ງກໍາມະບານໃນການຊຸກຍູ້ຄວາມຮັບຜິດຊອບສັງຄົມຂອງວິສາຫະກິດຕໍ່ໜ້າສະພາບການເຊື່ອມໂຍງ ຫຼື ການເຈລະຈາລະຫວ່າງຊາວຜູ້ອອກແຮງງານ ກັບ ຜູ້ນໍາໃຊ້ແຮງງານໃນການປະຕິບັດຄວາມຮັບຜິດຊອບສັງຄົມຂອງວິສາຫະກິດ... ທ່ານ ເງາະຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ ຜ່ານການເຈລະຈາ ແລະ ບັນດາການເຄື່ອນໄຫວຂອງກໍາມະບານ ໄດ້ຊ່ວຍໃຫ້ຊາວຜູ້ອອກແຮງງານມີສຽງເວົ້າ ເພື່ອປະຕິບັດຄວາມຮັບຜິດຊອບສັງຄົມຢູ່ວິສາຫະກິດ. ທ່ານກ່າວວ່າ:

        “ຄວາມຮັບຜິດຊອບສັງຄົມ ໄດ້ກາຍເປັນບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບດ້ານຄຸນສົມບັດ ແລະ ບັນດາການກະທໍາທີ່ມີຄວາມຮັບຜິດຊອບຂອງວິສາຫະກິດທີ່ມີຕໍ່ລູກຄ້າ ແລະ ຊາວຜູ້ອອກແຮງງານ. ເມື່ອຄວາມຮັບຜິດຊອບສັງຄົມ ຢູ່ວິສາຫະກິດໄດ້ປະຕິບັດເປັນຢ່າງດີນັ້ນ ຈະນໍາມາເຊິ່່ງຜົນປະໂຫຍດໃຫ້ແກ່ລູກຄ້າ, ໃຫ້ແກ່ຊາວຜູ້ອອກແຮງງານ ແລະ ຈະປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງສາຍພົວພັນແຮງງານ, ສັງຄົມມີຄວາມກົມກຽວ, ມີສະຖຽນລະພາບ ແລະ ກ້າວໜ້າ”. 

ຕອບກັບ

ຂ່າວ/ບົດ​ອື່ນ