ຄວາມ​ຮັບ​ຮູ້​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ຕໍ່​ສັນ​ຍາ EVFTA ນັບ​ມື້​ນັບ​ເພີ່ມ​ຂຶ້ນ

(VOVWORLD) -ກອງປະຊຸມສຳມະນາ “ຕີລາຄາສອງປີແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢູ່ ຫວຽດນາມ ແງ່ມູມຈາກວິສາຫະກິດ” ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຂຶ້ນ, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 10 ພະຈິກ ຢູ່ຮ່າໂນ້ຍ.
ຄວາມ​ຮັບ​ຮູ້​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ຕໍ່​ສັນ​ຍາ EVFTA ນັບ​ມື້​ນັບ​ເພີ່ມ​ຂຶ້ນ - ảnh 1ກອງປະຊຸມສຳມະນາ “ຕີລາຄາສອງປີແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢູ່ ຫວຽດນາມ ແງ່ມູມຈາກວິສາຫະກິດ” 

ບົດລາຍງານຂອງ VCCI ໄດ້ສະແດງໃຫ້ເຫັນວ່າ ສັນຍາໄດ້ປະກອບສ່ວນສຳຄັນ ຊ່ວຍການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ EU ພັດທະນາດີພໍສົມຄວນ. ໄປຄຽງຄູ່ກັນນັ້ນ, ສັນຍາຍັງປະກອບສ່ວນເຂົ້າໃນການຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງບັນດາຕະຫຼາດຄູ່ຮ່ວມມື, ພິເສດແມ່ນຄວາມຮັບຮູ້ຂອງວິສາຫະກິດ ຫວຽດນາມ ຕໍ່ ສັນຍາ EVFTA ນັບມື້ນັບເພີ່ມຂຶ້ນ. ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການສູນອົງການການຄ້າ ສາກົນ (WTO) ແລະ ເຊື່ອມໂຍງ, VCCI ຕີລາຄາວ່າ:

ຜົນປະໂຫຍດເຊິ່ງວິສາຫະກິດໄດ້ຊົມໃຊ້ ຈາກ EVFTA ແມ່ນຜົນປະໂຫຍດທາງດ້ານພາສີອາກອນ ໃຫ້ແກ່ສິນຄ້າສົ່ງອອກ, ນຳເຂົ້າ - ແມ່ນກຸ່ມຜົນປະໂຫຍດໃຫຍ່ທີ່ສຸດ. ບັນດາວິສາຫະກິດ ກໍ່ຕີລາຄາສູງ ບັນດາຜົນປະໂຫຍດຕ່າງໆຄື ມີກາລະໂອກາດຮ່ວມມື, ຮ່ວມສຳພັນ ຕື່ມອີກ ຫຼື ຈຳນວນໃບສັ່ງສິນຄ້າທີ່ມີລາຍຮັບຂອງວິສາຫະກິດກໍ່ເພີ່ມຂຶ້ນ ພາຍຫຼັງສັນຍາສະບັບນີ້ໄດ້ຮັບການລົງນາມ

ກ່ຽວກັບແງ່ຫວັງໃນອະນາຄົດ, ມີຈຳນວນ 76% ວິສາຫະກິດຖືວ່າ, ບັນດາສັນຍາ EVFTA ແລະ ສັນຍາການຄ້າເສລີ FTA ຈະມີຜົກະທົບຕໍ່ແງ່ຫວັງດຳເນີນທຸລະກິດໃນໄລຍະ 3 ປີຈະມາເຖິງ, ສ່ວນຫຼາຍແມ່ນມີຄວາມປະເອີບໃຈທີ່ຈະມີຜົນກະທົບທີ່ຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ