ຄວາມເຄັ່ງຄຶງທາງການທູດຢູ່ເຂດອ່າວເປີເຊຍ: ບັນດາປະເທດທີ່ກ່ຽວຂ້ອງ ລ້ວນແຕ່ຖືກເສຍຫາຍກ່ຽວກັບດ້ານເສດຖະກິດ

(VOVWORLD) - ການກະທຳປະຕິເສດຂອງກຸ່ມບັນດາປະເທດ ອາຣັບ ໂດຍ ອາຣັບບິ ຊະອຸດິ ນຳໜ້າ ກ່ຽວຂ້ອງເຖິງຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ເປີເຊຍ ໃນໄລຍະມໍ່ໆມານີ້
ຄວາມເຄັ່ງຄຶງທາງການທູດຢູ່ເຂດອ່າວເປີເຊຍ: ບັນດາປະເທດທີ່ກ່ຽວຂ້ອງ ລ້ວນແຕ່ຖືກເສຍຫາຍກ່ຽວກັບດ້ານເສດຖະກິດ - ảnh 1(ພາບປະກອບ/AFP/TTXVN

ໄດ້ກໍ່ຄວາມເສຍຫາຍກ່ຽວກັບດ້ານເສດຖະກິດໃຫ້ທຸກປະເທດທີ່ກ່ຽວຂ້ອງ, ໃນນັ້ນ ບາເຣັນ ແລະ ກາຕາ ແມ່ນ 2 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ນີ້ແມ່ນການຕີລາຄາຂອງບໍລິການນັກລົງທຶນ Moody (MIS) - ເຊິ່ງແມ່ນອົງການສຳນັກງານຈັດອັນດັບສິນເຊື່ອທີ່ມີອິດທິພົນຊື່ສຽງແຖວໜ້າຂອງ ອາເມລິກາ ໃນບົດລາຍງານປະກາດໃນວັນທີ 13 ກັນຍາ. ໃນບົດລາຍງານຂອງ MIS, ວິກິດການທາງການທູດຢູ່ເຂດອ່າວ ເປີເຊຍ ເຮັດໃຫ້ “ຮູບພາບ” ບ້ວງສິນເຊື່ອຂອງ 6 ປະເທດທັງໝົດສັງກັດສະພາຮ່ວມມືເຂດອ່າວເປີເຊຍ (GCC) ລວມມີ: ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອີມີເລັດ (UAE), ບາເຣັນ,   ຄູເວດ, ໂອມານ ແລະ ກາຕາ ກາຍເປັນສີດຳ. ບົດລາຍງານຊີ້ແຈ້ງວ່າ: ນັບແຕ່ວັນທີ 05 ມິຖຸນາ ໄລຍະເວລາ ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອີມີເລັດ (UAE), ບາເຣັນ ແລະ ອີຢິບ ຕັດສາຍພົວພັນທາງການທູດ ແລະ ຫລັງຈາກນັ້ນ ໄດ້ຈັດວາງບັນດາມາດຕະການລົງໂທດເສດຖະກິດສຳລັບ ກາຕາ ຍ້ອນຖືວ່າ: ປະເທດນີ້ ໜູນຊ່ວຍບັນດາກຸ່ມອິດສະລາມຫົວຮຸນແຮງ, ໂດຮາ ຖືກເສຍຫາຍກ່ຽວກັບເສດຖະກິດ, ການເງິນ ແລະ ສັງຄົມຢ່າງໜັກໜ່ວງ ທີ່ກ່ຽວຂ້ອງເຖິງຄຳສັ່ງຫ້າມໄປມາ ແລະ ແລກປ່ຽນການຄ້າ, ໂດຍລະອຽດແມ່ນໃນຂົງເຂດການຄ້າ, ການທ່ອງທ່ຽວ ແລະ ທະນາຄານ.

ຕອບກັບ

ຂ່າວ/ບົດ​ອື່ນ