ຄວາມ​ເຄັ່ງ​ຕຶງ ພາກ​ຕາ​ເວັນ​ອອກ​ກາງ: Hezbollah ຖະ​ແຫຼງ​ເປີດ​ສົງ​ຄາມ​ກັບ ອິດ​ສະ​ລາ​ແອັນ

(VOVWORLD) - ຕອນຄ່ຳວັນທີ 22 ກັນຍາ, ກອງທັບ ອິດສະລາແອັນ ສືບຕໍ່ເປີດຫຼາຍການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍ Hezbollah ຢູ່ທາງທິດໃຕ້ ລີບັງ.
ຄວາມ​ເຄັ່ງ​ຕຶງ ພາກ​ຕາ​ເວັນ​ອອກ​ກາງ: Hezbollah ຖະ​ແຫຼງ​ເປີດ​ສົງ​ຄາມ​ກັບ ອິດ​ສະ​ລາ​ແອັນ - ảnh 1ພາບປະກອບ: THX/TTXVN

ວັນທີ 22 ກັນຍາ, ກຳລັງ Hezbollah ຢູ່ລີບັງ ໄດ້ຖະແຫຼງວ່າ ກຳລັງນີ້ໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການຕໍ່ສູ້ກັນແບບບໍ່ເອົາປຽບກັນກັບ ອິດສະລາແອັນ. ທ່ານ Naim Qassem ຮອງຫົວໜ້າຝ່າຍ Hezbollah ກ່າວເຕືອນວ່າ Hezbollah ຈະປຸກລະດົມບັນດາເຫດບຸກໂຈມຕີທີ່ບໍ່ຄາດຄິດໄດ້ ໃນການຕໍ່ສູ້ຕ້ານ ອິດສະລາແອັນ. ສ່ວນຝ່າຍອິດສະລາແອັນ, ທ່ານ Herzi Halevi ເສນາທິການ ກຳລັງປ້ອງກັນຕົວ ອິດສະລາແອັນ (IDF), ກ່າວເຕືອນວ່າປະເທດນີ້ຈະສືບຕໍ່ດຳເນີນບັນດາເຫດບຸກໂຈມຕີເລັ່ງໃສ່ ລີບັງ ເພື່ອເຮັດໃຫ້ກຳລັງຕໍ່ສູ້ຂອງ Hezbollah ອ່ອນລົງ. ທ່ານ Halevi ຖະແຫຼງວ່າ IDF ຍັງມີຄວາມສາມາດຫຼາຍຢ່າງທີ່ຍັງບໍ່ທັນນຳໃຊ້ ແລະ ກຳລັງນີ້ໄດ້ກຽມພ້ອມຢູ່ລະດັບສູງ, ນັບທັງແງ່ມູມຕໍ່ສູ້ ແລະ ປ້ອງກັນ. ໃນຕົວຈິງແລ້ວ, ຕອນຄ່ຳວັນທີ 22 ກັນຍາ, ກອງທັບ ອິດສະລາແອັນ ສືບຕໍ່ເປີດຫຼາຍການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍ Hezbollah ຢູ່ທາງທິດໃຕ້ ລີບັງ. ກ່ອນໜ້ານັ້ນ, ໃນຕອນເຊົ້າ ແລະ ຕອນບ່າຍວັນທີ 22 ກັນຍາ, IDF ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍຂອງ Hezbollah ຢູ່ທາງທິດໃຕ້ ລີບັງ, ເຊິ່ງທຳລາຍລູກສອນໄຟນັບຮ້ອຍລູກພ້ອມກັບຊັບສິນຫຼາຍປະເພດຂອງ Hezbollah. ກະຊວງສາທາລະນະສຸກ ລີບັງປະກາດວ່າ ມີ ຜູ້ເສຍຊີວິດ 3 ຄົນ ແລະ 6 ຄົນຖືກບາດເຈັບ ໃນການບຸກໂຈມຕີທາງອາກາດຂອງອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ