ຄວາມ​ເຄັ່ງ​ຕຶງ ຢູ່ ເຂດ Gaza ຍັງ​ບໍ່​ທັນ​ມີ​ສັນ​ຍານຫຼຸດ​ລົງ​ເທື່ອ

(VOVWORLD) -ວັນທີ 18 ພຶດສະພາ, ອິດສະຣາແອັນ ປະກາດປິດປະຕູດ່ານຊາຍແດນ Kerem Shalom ເຂົ້າເຂດ Gaza  ພາຍຫຼັງເກີດເຫດຍິງລູກປືນໃຫຍ່ໃສ່ເຂດດັ່ງກ່າວ ໃນຂະນະທີ່ບັນດາລົດສົ່ງເຄື່ອງບັນເທົ່າທຸກແລ່ນຜ່ານ. ການປິດປະຕູດ່ານຊາຍແດນຖືກດຳເນີນບໍ່ຮອດໜຶ່ງວັນ ພາຍຫຼັງທີ່ດ່ານຊາຍແດນໄດ້ເປີດຊົ່ວຄາວ ເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ.
ຄວາມ​ເຄັ່ງ​ຕຶງ ຢູ່ ເຂດ Gaza ຍັງ​ບໍ່​ທັນ​ມີ​ສັນ​ຍານຫຼຸດ​ລົງ​ເທື່ອ - ảnh 1ດ່ານຊາຍແດນ Kerem Shalom (ພາບ: AFP)

   ໃນວັນດຽວກັນ, ໜັງສືພິມພາສາ Hebrew  ບາງສະບັບ ຂອງ ອິດສະຣາແອັນ ໄດ້ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu  ກ່າວເຕືອນວ່າ ບັ້ນຕໍ່ສູ້ການທະຫານນີ້ ຈະແກ່ຍາວໄປຕື່ມອີກ 2 – 3 ວັນ ແລະ “ທຸກການກະທຳຍິງລູກຈະຫຼວດຈາກເຂດ Gaza  ຈະຖືກໂຕ້ຕອບຢ່າງແຮງ”.

        ໃນຂະນະນັ້ນ, ຂະບວນການ Fatah ຂອງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ແລະ ກຸ່ມ Hamas  ພວມຄວບຄຸມເຂດ Gaza ໄດ້ຮຽກຮ້ອງໃຫ້ປະຊາຊົນ ປາແລັດສະຕິນ ຕໍ່ສູ້ກັບບັນດາກຳລັງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ໃນວັນທີ 18 ພຶດສະພາ.

        ກະຊວງສາທາລະນະສຸກ ປາແລັດສະຕິນ ແຈ້ງໃຫ້ຊາບວ່າ ນັບແຕ່ວັນທີ 7 ພຶດສະພາ ມານີ້, ມີຊາວ ປາແລັດສະຕິນເສຍຊີວິດ 237 ຄົນ ແລະ ຫຼາຍກວ່າ 6.270 ຄົນ ຮັບບາດເຈັບ. ສ່ວນຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ໃຫ້ຮູ້ວ່າ ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ ຊາວປາແລັດສະຕິນ ຫຼາຍກວ່າ 52.000 ຄົນ ຕ້ອງປະລະເຮືອນຊານ.

ຕອບກັບ

ຂ່າວ/ບົດ​ອື່ນ