ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ອີ​ຣານ - ອິດ​ສະ​ຣາ​ແອັນ: ສາ​ກົນ ສືບ​ຕໍ່​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ລະ​ງັບ​ໃຈ

(VOVWORLD) - ທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການບຸກໂຈມຕີຂອງ ອີຣານ ແນໃສ່ ອິດສະຣາແອັນ ໃນຮຸ່ງເຊົ້າວັນທີ 14 ເມສາ ແລະ ມີຄວາມວິຕົກກັງວົນຕໍ່ເຄັ່ງຕຶງອາດຈະແຜ່ລາມອອກສູ່ວົງກວ້າງໃນພາກພື້ນ.
ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ອີ​ຣານ - ອິດ​ສະ​ຣາ​ແອັນ: ສາ​ກົນ ສືບ​ຕໍ່​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ລະ​ງັບ​ໃຈ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoko Kamikawa (ພາບ: TTXVN)

ວັນທີ 16 ເມສາ, ທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoko Kamikawa ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອີຣານ, ທ່ານ Hossein Amir Abdollahian. ທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການບຸກໂຈມຕີຂອງ ອີຣານ ແນໃສ່ ອິດສະຣາແອັນ ໃນຮຸ່ງເຊົ້າວັນທີ 14 ເມສາ ແລະ ມີຄວາມວິຕົກກັງວົນຕໍ່ເຄັ່ງຕຶງອາດຈະແຜ່ລາມອອກສູ່ວົງກວ້າງໃນພາກພື້ນ. ທ່ານນາງ  Yoko Kamikawa ຮຽກຮ້ອງໃຫ້ ອີຣານ ລະງັບໃຈ ເພື່ອຫຼີກລ້ຽງສະພາບຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ປີນຂັ້ນໄດ.

        ໃນຂະນະນັ້ນ, ກະສັດ Abdullah II ຂອງ ຈໍແດນ ໄດ້ສະແດງຄວາມວິຕົກກັງວົນຕໍ່ການຜັນແປໃນປັດຈຸບັນຢູ່ຕາເວັນອອກກາງ ຊຶ່ງອາດຈະເຮັດໃຫ້ການປະທະກັນປີນຂັ້ນໄດ, ກໍ່ຄວາມສ່ຽງຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.

        ບັນດາຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ທ່ານເສນາທິການໃຫຍ່ ກຳລັງປ້ອງກັນຕົວ ອິດສະຣາແອັນ Herzi Halevi ຖະແຫຼງວ່າ ປະເທດນີ້ ຈະໂຕ້ຕອບເຫດບຸກໂຈມຕີດ້ວຍເຄື່ອງບິນບໍ່ມີຄົນຂັບ ແລະ ລູກສອນໄຟຂອງ ອີຣານ.

      


ຕອບກັບ

ຂ່າວ/ບົດ​ອື່ນ