ຄວາມເຄັ່ງຕຶງ ເພີ່ມຂຶ້ນຢູ່ເຂດຊາຍແດນ ອິດສຣາແອນ - ກາຊາ

ຄວາມເຄັ່ງຕຶງ ເພີ່ມຂຶ້ນຢູ່ເຂດຊາຍແດນ ອິດສຣາແອນ - ກາຊາ - ảnh 1
(ພາບປະກອບ)

(vovworld) - ​ຄວາມ​ເຄັ່ງ​ຕຶງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ ອິດສຣາ​ແອນ ​ແລະ ​ເຂດ​ກາຊາ ​ໂດຍ​ຂະ​ບວນການ Hamas ຄວບ​ຄຸມ, ພາຍຫຼັງ​ທີ່​ເກີດ​ການ​ປະ​ທະ​ກັນ​ນັບ 10 ຄັ້ງລະຫວ່າງ​ກອງທັບ​ອິສຣາ​ແອນ ກັບ​ບັນດາ​ມື​ປືນທີ່ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ນີ້. ວັນ​ທີ 24/12, ກຳມະກອນ​ຄົນ 1 ຂອງອິດສຣາ​ແອນ ຖືກ​ຍິງ​ຕາຍຢູ່​ເຂດ​ຊາຍ​ແດນ​ດັ່ງກ່າວ. ​ເຫດ​ການ​ດັງ່ກາວ ​ໄດ້​ກໍ່​ໃຫ້​ເກີດ​ບັນດາ​ປະຕິກິລິຍາ​ທີ່​ຮຸນ​ແຮງ​ຈາກ​ອຳນາດ​ການ​ປົກຄອງ​ອິດສຣາ​ແອນ, ​​ໃນ​ຖະ​ແຫຼ​ງການ​ສະບັບ 1 ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netayahu ​ໄດ້​ຢືນຢັນ​ນະ​ໂຍບາຍ “ບຸກ​ໂຈມ​ຕີ​ກ່ອນ ​ແລະ ​ໂຕ້​ຕອບ​ດ້ວຍການ​ໃຊ້​ກຳລັງອາວຸດ” ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຄ້າຍຄື​ກັນ ​ແລະ ນາບ​ຂູ່​ຈະ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄວ​ໃຊ້​ກຳລັງອາວຸດ​ເພື່ອ​ໂຕ້​ຕອບ. ຫຼັງ​ຈາກ​ນັ້ນ, ກອງທັບ​ສິດສຣາ​ແອນ ກໍ່ຜັນ​ຂະຫຍາຍ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ແລະ ປືນ​ໃຫຍ່ຍິງ​​ໃສ່​ເຂດ​ທີ່​ເຂົາ​ເຈົ້າ​ສົງ​ໄສ​ວ່າ​ “ມີ​ພາກສ່ວນ​ກໍ່​ການ​ຮ້າຍ” ຢູ່​ເຂດ​ກາຊາ.

        ຕໍ່​ໜ້າ​ສະພາບ​ການ​ຄື​ດັ່ງກ່າວ, ທ່ານ Saeb Erakat, ຫົວ​ໜ້າ​ຄະນະ​ເຈລະຈາ​ສັນຕິພາບ​ຂອງ​ປາ​ແລດ​ສຕິນ ​ໄດ້​ອອກສຽງ​ຄັດຄ້ານ​ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ອິດສຣາ​ແອນ ​​ແນ​ໃສ່​ເຂດ​ກາຊາ ​ແລະ ຖື​ວ່າ ການ​ກະທຳ​ນີ້​ແມ​່ນ​ເພື່ອ​ຈຸດປະສົງ “​ເຮັດ​ໃຫ້​ບັນດາ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດປິນຂັນ​ໄດ”, ຫາກບໍ່​ເພື່ອ​ຈຸດໝາຍ​ນຳ​ເອົາສັນຕິພາບ​ມາສູ່ພາກ​ພື້ນ.

ຂ່າວ/ບົດ​ອື່ນ