ຄວາມເຄັ່ງຕຶງກ່ຽວກັບເຫດນັກສືບ Skripal: ລັດເຊຍ ແລະ ອັງກິດ ໄກ່ເກ່ຍໃນເບື້ອງຕົ້ນ

(VOVWORLD) -  ກ່ອນໜ້ານັ້ນ, ເດືອນ ມີນາ ຜ່ານມາ, ອັງກິດ ໄດ້ເນລະເທດນັກການທູດ ລັດເຊຍ 23 ຄົນ ທີ່ມີສ່ວນກ່ຽວຂ້ອງເຖິງເລື່ອງກ່າວຫາ ລັດເຊຍ
ຄວາມເຄັ່ງຕຶງກ່ຽວກັບເຫດນັກສືບ Skripal: ລັດເຊຍ ແລະ ອັງກິດ ໄກ່ເກ່ຍໃນເບື້ອງຕົ້ນ - ảnh 1 (ພາບປະກອບ / AFP/TTXVN)

       ລັດເຊຍ ແລະ ອັງກິດ ບັນລຸໄດ້ຄວາມເຫັນດີເປັນເອກະພາບໂດຍອີງໃສ່ຫຼັກການກ່ຽວກັບເລື່ອງຟື້ນຟູຈຳນວນພາລະກອນການທູດຂອງປະເທດນີ້ຢູ່ປະເທດນັ້ນເທື່ອລະກ້າວ ແລະ ວິວັດທະນາການນີ້ ຈະເລີ່ມເຄື່ອນໄຫວຢ່າງເປັນທາງການໃນເດືອນ ມັງກອນ 2019. ກ່ອນໜ້ານັ້ນ, ເດືອນ ມີນາ ຜ່ານມາ, ອັງກິດ ໄດ້ເນລະເທດນັກການທູດ ລັດເຊຍ 23 ຄົນ ທີ່ມີສ່ວນກ່ຽວຂ້ອງເຖິງເລື່ອງກ່າວຫາ ລັດເຊຍ ວ່າ ຢືນຢູ່ເບື້ອງຫລັງເຫດວາງຢາເບື່ອອະດີດນັກສືບຊາວ ລັດເຊຍ Sergei Skripal ແລະ ລູກສາວ Yulia ຢູ່ນະຄອນ Salisbury ຂອງ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ