ຄວາມເຄັ່ງຕຶງດ້ານການທູດຢູ່ເຂດອ່າວ

(VOVWORLD) -ວັນທີ 09 ມິຖຸນາ 4 ປະເທດ ອາຣັບ ທີ່ຕັດສາຍພົວພັນທາງການທູດກັບ ກາຕາ ໄດ້ຈົດ ບັນຊີລາຍຊື່ນັບສີບໆຄົນ ດ້ວຍຄຳກ່າວຫາມີສ່ວນກ່ຽວຂ້ອງເຖິງ ກາຕາ ເຂົ້າໃນບັນຊີລາຍຊື່ຜູ້ກໍ່ການຮ້າຍ, ເຮັດໃຫ້ເກີດຄວາມເຄັ່ງຕຶງນາບຂູ່ເຖິງສະຖຽນລະພາບໃນພາກພື້ນ
ຄວາມເຄັ່ງຕຶງດ້ານການທູດຢູ່ເຂດອ່າວ - ảnh 1  ເຈົ້າຊີວິດ ກາຕາ Sheikh Tamim bin Hamad al-Thani (ພາບ: AFP)

ໃນຖະແຫຼງການຮ່ວມ, ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ອີຢິບ ແລະ Bahrain ໄດ້ຈົດຊື່ 59 ຄົນ, ໃນນັ້ນ ມີຫົວໂປ່ດ້ານຈິດໃຈຂອງຂະບວນການອ້າຍນ້ອງອິດສະລາມ (MB), Yousef al-Qaradawi ແລະ 12 ອົງການອື່ນໆ. ການກະທຳດັ່ງກ່າວ ໂດຍບັນດາປະເທດ ອາຣັບ ຍົກອອກພຽງ 2, 3 ຊົ່ວໂມງ ພາຍຫລັງ ກາຕາ ຖະແຫຼງວ່າ ຈະບໍ່ຍອມຈຳນົນ ແລະ ຄັດຄ້ານບໍ່ວ່າການແຊກແຊງໃດໆຕໍ່ນະໂຍບາຍການທູດຂອງປະເທດນີ້. ກາຕາ ຍັງບໍ່ທັນໃຫ້ຄຳວິຈານກ່ຽວກັບການກະທຳດັ່ງກ່າວຂອງ 4 ປະເທດ ອາຣັບ, ພຽງແຕ່ເວົ້າວ່າ ປະເທດນີ້ ເຄົາລົບບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບການຕ້ານກໍ່ການຮ້າຍ, ໃນນັ້ນ ມີການຫລົກເຖິງກົກເຖິງຮາກບັນດາແຫຼ່ງອຸປະຖຳໃຫ້ແກ່ການກໍ່ການຮ້າຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ